ຈັບຜູ້ຄ້າຢາເສບຕິດ ພົບຢາບ້າ 2,07 ແສນເມັດ

   ເຈົ້າໜ້າທີ່ ປກສ ເມືອງໄຊພູ ທອງ ແຂວງສະຫວັນນະເຂດ ໄດ້ກັກຕົວຜູ້ຖືກຫາຄ້າຢາເສບຕິດ (ຢາບ້າ) ໄດ້ 2 ຄົນ, ຊື່ທ້າວ ກິ ອາຍຸ 43 ປີ ອາຊີບເຮັດນາ ແລະ ທ້າວ ບົວວອນ ອາຍຸ 37 ປີ ອາຊີບເຮັດນາຢູ່ບ້ານນາຄໍາ ເມືອງໄຊ ພູທອງ ພ້ອມຂອງກາງປະເພດຢາບ້າ 103 ມັດ ກັບ 8 ຖົງ ເທົ່າກັບ 207.600 ເມັດ, ລົດຈັກ 1 ຄັນ,ໂທລະສັບ 2 ເຄື່ອງ.

ເຈົ້າໜ້າທີ່ ປກສ ເມືອງໄຊພູທອງໄດ້ໃຫ້ຮູ້ວ່າ: ໃນເວລາປະມານ 16:00 ໂມງ ຂອງວັນທີ 12 ກຸມພາ 2019 ທາງໜ່ວຍງານສະກັດກັ້ນ ແລະຕ້ານຢາເສບ ຕິດ ປກສ ເມືອງໄດ້ຮັບການ ລາຍງານຈາກພົນລະເມືອງດີວ່າ: ໃນເວລາ 21 ໂມງ ຂອງວັນທີ 12 ກຸມພາ 2019 ຈະມີການເຄື່ອນຍ້າຍຢາເສບຕິດປະເພດຢາບ້າຢູ່ກຸ່ມບ້ານທີ 6 ຂອງ ເມືອງລະຫວ່າງ ບ້ານນາຄໍາ ຫາ ບ້ານ ຕາກແດດ ເມືອງໄຊພູທອງ ແຂວງສະຫວັນນະເຂດ ເມື່ອເຈົ້າໜ້າທີ່ໜ່ວຍງານຕ້ານຢາເສ ບຕິດ ປກສ ເມືອງ ກໍໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງສັນນະສູດແຫຼ່ງຂ່າວເຫັນວ່າມີມູນຄວາມຈິງແທ້ແລ້ວວາງແຜນມາງກຸ່ມແກ໋ງຂະບວນການດັ່ງກ່າວ.

  ຜ່ານການສອບສວນສືບສວນຂອງເຈົ້າໜ້າທີ່ໃນເບື້ອງຕົ້ນຜູ້ກ່ຽວໄດ້ຮັບສາລະພາບວ່າຢ່າບ້າຈໍານວນດັ່ງກ່າວເປັນຂອງຜູ້ກ່ຽວແທ້ຈິງຊຶ່ງຜູ້ກ່ຽວໄດ້ເອົາມາ ເພື່ອລໍຖ້າສົ່ງໃຫ້ຜູ້ຮ່ວມຂະບວນການ. ຕໍ່ກັບຄະດີນີ້ຍັງຢູ່ໃນຂັ້ນຕອນດໍາເນີນຄະດີສືບສວນສອບສວນຫາຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.