ວັນພລັສ 8ທີ ອາດໄດ້ເຄື່ອງສາກກຳລັງ 65 ວັດແຮງກວ່າເກົ່າ

 OnePlus ເປັນອີກມືຖືທີ່ ເວົ້າໄດ້ວ່າຫຼາຍຄົນທີ່ຢາກໄດ້ເຄື່ອງ ແຮງລາຄາຄຸ້ມພໍປະມານ ແລະລວມ ທັງມີນັກພັດທະນາໄດ້ເລືອກໃຊ້ພໍ ສົມຄວນລ້າສຸດນີ້ມີການຄົ້ນພົບ Source Code ຂອງ Android 11 Beta ເຜີຍແຜ່ບົນ XDA Developers ແລະໜ້າສົນໃຈກັບ ເມື່ອມືຖືລຸ້ນຖັດໄປຂອງຄ່າຍ.

  ນັ້ນຄືລະບົບສາກໄຟ ໂດຍຕົວ ເຄື່ອງຈະຮອງຮັບກຳລັງ 65W ຊຶ່ງມີຊື່ວ່າ Super Warp Charge ບອກໄດ້ວ່າໄວ ແລະຄາດວ່າມີທີ່ ສາກໜ້າຕາຄ້າຍຄືກັບ OPPO Super VOOC 2.0 ແລະSuper Dart ຂອງrealme ແລະເລື່ອງ ສີສັນຂອງເຄື່ອງກໍມີການເປີດເຜີຍ ອອກມາຄື: ສີ Glacial Green, Interstellar Glow ແລະUltramarine Blue ກໍຄ້າຍຄືກັບ One Plus 8 ທັງໝົດ.

  ແຕ່ອາດຈະມີການເລືອກໃຊ້ ກັບ OnePlus8T Pro ກໍເປັນໄດ້ແຕ່ສຸດທ້າຍແລ້ວ OnePlus  8T ຈະມີການປ່ຽນແປງຫຼາຍປານໃດຄົງຕ້ອງລໍຖ້າຕິດຕາມກັນຕໍ່ໄປ.

--------

ໜັງສືພິມເສດຖະກິດ-ສັງຄົມ