ອາຊຽນຍັງເປັນຫຸ້ນສ່ວນການຄ້າອັນດັບ 1 ຂອງຈີນ

  ໃນ 6 ເດືອນຕົ້ນປີ 2020 ອາຊຽນຍັງເປັນຫຸ້ນສ່ວນການຄ້າອັນດັບ 1 ຂອງສປ ຈີນ ໂດຍມູນຄ່າການສົ່ງອອກລະຫວ່າງສສ ຫວຽດນາມກັບຈີນເພີ່ມຂຶ້ນ 18,1% ສູງທີ່ສຸດໃນກຸ່ມອາຊຽນ.

  ຕາມຂ່າວສານຫວຽດນາມລາຍງານວ່າ ຂໍ້ມູນສະຖິຕິຂອງກະຊວງພາສີອາກອນຈີນທີ່ປະກາດເມື່ອບໍ່ດົນມານີ້ວ່າ ມູນຄ່າການຄ້າຕ່າງຕອບແທນລະຫວ່າງອາຊຽນກັບຈີນໃນ 6 ເດືອນຕົ້ນປີ 2020 ຢູ່ທີ່ເກືອບ 290 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 5,6% ແລະຄິດເປັນ 14,7% ຂອງຍອດມູນຄ່າການຄ້າຂອງຈີນ ເຈົ້າໜ້າທີ່ກະຊວງພາສີອາກອນຈີນເປີດເຜີຍວ່າ ຜົນການສຳຫຼວດດັ່ງກ່າວມາຈາກຄວາມຮ່ວມມືດ້ານອຸດສາຫະກຳການປະດິດ, ອິເລັກໂຕນິກ, ມູນຄ່າການສົ່ງອອກນໍາເຂົ້າລະຫວ່າງຈີນກັບຫວຽດນາມ, ມາເລເຊຍ ແລະໄທທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະພິທີຍົກລະດັບເຂດການຄ້າເສລີຈີນ-ອາຊຽນທີ່ມີຜົນບັງຄັບໃຊ້ຢ່າງເປັນທາງການ ຊຶ່ງຊ່ວຍຊຸກຍູ້ການແລກປ່ຽນສິນຄ້າກະສິກຳ.

ໃນຈຳນວນຫຸ້ນສ່ວນຊັ້ນນໍາຂອງຈີນປະກອບມີ: ອາຊຽນ, ອີຢູ ແລະອາເມລິກາຊຶ່ງອາຊຽນເປັນຫຸ້ນສ່ວນດຽວທີ່ມີມູນຄ່າຕ່າງຕອບແທນຂະຫຍາຍຕົວເປັນບວກ.

-------

ໜັງສືພິມເສດຸະກິດ-ສັງຄົມ