ຈັບຕົວເປົ້າໝາຍພ້ອມຂອງກາງຢາບ້າ 2 ພັນເມັດ

  ວັນທີ 16 ກໍລະກົດຜ່ານມານີ້, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດຫ້ອງຕໍາຫຼວດ ປກສ ແຂວງໄຊຍະບູລີໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ມີບຸກຄົນບໍ່ດີເຄື່ອນໄຫວ-ຂ້າຂາຍເຄື່ອງທີ່ຜິດກົດໝາຍຢູ່ໃນເທສະບານເມືອງໄຊຍະບູລີນໍາກໍາລັງວິຊາສະເພາະອອກເຄື່ອນໄຫວກວດກາ,ຕິດຕາມ ແລະໄດ້ພົບເຫັນເປົ້າໝາຍທີ່ຕ້ອງສົງໄສສອງຄົນກໍາລັງນັດສົ່ງເຄື່ອງທີ່ຜິດກົດໝາຍ ໃຫ້ກັນ, ຈຶ່ງໄດ້ເຂົ້າກັກຕົວ ທ້າວ ຢັງ ເຮີ ອາຍຸ 23 ປີ ອາຊີບປະຊາຊົນ ບ້ານຫ້ວຍຊໍາອໍ້ ເມືອງໄຊຍະ

ບູລີ ແຂວງໄຊຍະບູລີ ແລະທ້າວ ຜັງ ລີເຈິຫວັງ ອາຍຸ 17 ປີ ອາຊີບນັກຮຽນບ້ານຫ້ວຍຊໍາອໍ້ ເມືອງໄຊຍະບູລີ ແຂວງໄຊຍະບູລີ ພ້ອມວັດຖຸຂອງກາງຢາບ້າຈໍານວນ 1 ຖົງ ເທົ່າກັບ 2.000 ເມັດ, ລົດຈັກສອງຄັນຍີ່ຫຍໍ້ເວບ 100 ສີດໍາແດງ ບໍ່ມີໝາຍເລກທະບຽນ ແລະລົດຈັກຍີ່ຫຍໍ້ຮອດດ້າເວບ 110 ໄອ້ສີແດງດໍາໝາຍເລກທະບຽນ ຈດ 1226 ໄຊຍະບູລີ ໂທລະສັບສອງເຄື່ອງມາດໍາເນີນການສືບສວນ-ສອບສວນເພື່ອຂະຫຍາຍຜົນຫາກຸ່ມແກ້ງພັກພວກດຽວກັນມາລົງໂທດຕາມກົດໝາຍ.