ສກຂ ແຂວງໄຊຍະບູລີ ປາຖະກະຖາ 3 ວັນປະຫວັດສາດ

 ພະແນກສຶກສາທິການ ແລະ ກີລາແຂວງໄຊຍະບູລີ ໄດ້ຈັດພິທີ ປາຖະກະຖາ 3 ວັນປະຫວັດສາດຄື ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 111 ປີ (13 ກໍລະກົດ 1909-13 ກໍລະກົດ 2020), ວັນເຊັນສັນຍາມິດຕະພາບ ແລະການຮ່ວມມືລາວ-ຫວຽດນາມ ແລະວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 58 ປີ (5 ກັນຍາ 1962-5 ກັນຍາ 2020) ທີ່ສະໂມສອນ ພະແນກສຶກສາທິການ ແລະກີລາ ແຂວງໄຊຍະບູລີ ໃນວັນທີ 17 ກໍລະກົດ 2020 ໂດຍການໃຫ້ ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອາເມ ຊົງເຍ້ຽເລັ່ງ ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ, ມີທ່ານ ອ່ອນຕາ ພົມມະຈິດຫົວໜ້າພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ, ຜູ້ອຳນວຍການ-ຮອງຜູ້ອຳນວຍການ ໂຮງຮຽນ, ຫົວໜ້າຂະແໜງ-ຮອງ ຫົວໜ້າຂະແໜງ, ຜູ້ອຳນວຍການ ສູນ-ຮອງອຳນວຍການ, ພະນັກ ງານຄູ-ອາຈານເຂົ້າຮ່ວມ.

 ໃນພິທີທ່ານ ອາເມ ຊົງເຍ້ຽ ເລັ່ງ ຫົວໜ້າຄະນະໂຄສະນາອົບ ຮົມແຂວງໄຊຍະບູລີ ໃຫ້ກຽດຂຶ້ນ ປະຖະກະຖາ ຊຶ່ງທ່ານໄດ້ກ່າວວ່າ: ປະທານ ສຸພານຸວົງເກີດວັນທີ 13 ກໍລະກົດ 1909 ທີ່ຫຼວງພະບາງ ໃນຄອບຄົວເຊື້ອເຈົ້າ, ເປັນໂອລົດ ຂອງເຈົ້າມະຫາອຸປະຣາດບຸນຄົງ ແລະໝ່ອມຄຳອ້ວນມີເອື້ອຍ 2 ຄົນ ຄື: ເຈົ້າຍິງທະວີວັນ ແລະເຈົ້າຍິງ ຈິນດາຣັດສະໜີ, ມີອ້າຍຕ່າງມາ ດາ 2 ຄົນຄື: ເຈົ້າເພັດສະລາດ ແລະ ເຈົ້າສຸວັນນະພູມມາພ້ອມນີ້ທ່ານ ຍັງຍົກໃຫ້ເຫັນຄຸນງາມຄວາມດີຂອງປະທານສຸພານຸວົງ ເປັນຕົ້ນ ແມ່ນທ່ານເປັນຜູ້ນຳທີ່ດີ, ຈົ່ງຮັກພັກ ດີຢ່າງເດັດຂາດຕໍ່ສູ້ມີຄວາມຈົ່ງຮັກ ພັກດີຕໍ່ອຸດົມການປະຕິວັດຢ່າງເດັດ ຂາດຕໍ່ສູ້ພິລາອາດຫານ, ມີລະບຽບ ວິໄນສູ້ນັບຖືໝູ່ຄະນະຮັກແພງມິດ ຕະພາບສະຫາຍ ແລະຈິງໃຈດຳ ລົງຊີວິດສັດຊື່ບໍລິສຸດ ແລະງ່າຍ ດາຍແມ່ນປັນຍາຊົນຜູ້ຍິງໃຫ່ຍເປັນ ເຊື້ອເຈົ້າຜູ້ໜຶ່ງທີ່ມີນໍ້າໃຈຕໍ່ສູ້ອາດ ຫານມີທັດສະນະຫຼັກໝັ້ນ, ນໍ້າໃຈ ເສຍສະຫຼະເພື່ອຊາດເພື່ອປະຊາຊົນ ເປັນນັກການເມືອງທີ່ເກັ່ງກ້າ, ສະຫຼາດສະຫຼຽວມີໄວພິບໃນການວາງ ແຜນຍຸດໂທບາຍການຕໍ່ສູ້ດ້ານການ ເມືອງ ແລະຕ່າງປະເທດມີຄຸນສົມບັດສິນທຳປະຕິວັດດັ່ງຄຳຂວັນທີ່ ວ່າ: ຮໍ່າຮຽນເອົາຄຸນສົມບັດສິນ ທຳປະຕິວັດຂອງປະທານສຸພານຸ ວົງ, ປະທານສຸພານຸວົງຜູ້ດີເດັ່ນ ແລະເຄົາລົບຮັກຂອງປະຊາຊົນ ລາວບັນດາເຜົ່າຍືນຍົງໃນດວງໃຈຂອງພວກເຮົາຕະຫຼອດໄປພ້ອມນີ້ຍັງໄດ້ເລົ່າຄືນວັນເຊັນສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມສາຍພົວພັນການທູດລາວຫວຽດນາມຍົກໃຫ້ເຫັນສະພາບ ແວດລ້ອມແຫ່ງການກຳເນີດ ແລະ ເຕີບໃຫ່ຍຂະຫາຍຕົວຂອງຄວາມສາມັກຄີພິເສດ ແລະການຮ່ວມມື ຮອບດ້ານລະຫວ່າງລາວຫວຽດນາມ ຕະຫຼອດການຕໍ່ສູ້ກູ້ຊາດການ ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໝາກຜົນອັນພົ້ນ ເດັ່ນຂອງການພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ຊຶ່ງມີຄຳຂວັນທີ່ວ່າ: ຊົມເຊີຍວັນສົນທິສັນຍາມິດຕະພາບ ແລະການຮ່ວມມື ລາວ-ຫວຽດນາມຄົບຮອບ 43 ປີ ແລະວັນສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ-ຫວຽດນາມ ຄົບຮອບ 58 ປີ ຢ່າງສຸດໃຈ ແລະ ຄໍາຂວັນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງລາວ-ຫວຽດນາມໃຫ້ ຈະເລີນງອກງາມຍິ່ງໆຂຶ້ນ.

-----------

ໂດຍ: ນາລີ ແພງວິໄລ