ໂຮງຮຽນທະຫານທ້ອງຖິ່ນແຂວງສາລະວັນ ປິດຊຸດອົບຮົມ-ຫັດແອບທະຫານໃໝ່

  ທ້າຍອາທິດຜ່ານມານີ້, ທີ່ໂຮງຮຽນການທະຫານທ້ອງຖິ່ນ ແຂວງສາລະວັນມີພິທີປິດຊຸດອົບຮົມ ແລະຈັດສົ່ງທະຫານໃໝ່ຊຸດທີ 6 ປະຈຳປີ 2019-2020, ໂດຍການເປັນປະທານຂອງສະຫາຍ ພັນເອກ ສຳລີ ແກ້ວວົງສອງ ຮອງເລຂາຄະນະພັກ, ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະອໍານວຍການໂຮງຮຽນ, ພະນັກງານ-ຄູ, ອາຈານ, ພະແນກການທີ່ກ່ຽວຂ້ອງພ້ອມ ດ້ວຍອ້າຍນ້ອງທະຫານເຂົ້າຮ່ວມ.

  ສະຫາຍ ພັນຕີ ບຸນທັນ ໄຊຍະສານ ຮອງເລຂາຄະນະພັກຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນແຂວງສາລະວັນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນການອົບຮົມ-ຫັດແອບທະຫານໃໝ່ລະບົບ 3 ເດືອນ, ຊຶ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງ ຍາກ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະບົດຮຽນທີ່ຖອດຖອນ ໄດ້, ໂດຍພື້ນຖານແລ້ວຕະຫຼອດໄລຍະການຈັດຕັ້ງອົບຮົມ-ຫັດແອບໄດ້ ຮັບການຊີ້ນໍາຢ່າງໃກ້ຊິດຈາກຄະນະພັກ-ຄະນະບັນຊາກໍ່ຄືຫ້ອງເສນາທິການມາ ໂດຍຕະຫຼອດເຮັດໃຫ້ຊຸດອົບຮົມບັນລຸຕາມແຜນການ,ພ້ອມກັນນັ້ນຄະນະຮັບຜິດຊອບ, ຄູ-ອາຈານ ແລະນັກຮຽນກໍໄດ້ເອົາ ໃຈໃສ່ຄົ້ນຄວ້າຮໍ່າຮຽນແລກປ່ຽນບົດຮຽນເຊິ່ງກັນ ແລະກັນ, ມີຄວາມສາມັກຄີ, ພ້ອມກັນອົດທົນ ຜ່ານຜ່າຂໍ້ຫຍຸ້ງຍາກ ແລະເອົາໃຈ ໃສ່ປະຕິບັດບັນດາຂໍ້ກໍານົດກົດລະບຽບຢູ່ພາກສະໜາມຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະຮັບປະກັນຄວາມປອດໄພໄດ້ 100%.

 ຜ່ານການສອບເສັງສາມາດຕີ ລາຄາແຕ່ລະພາກຄື:ພາກການເມືອງສະເລ່ຍບັນລຸໄດ້ 99%, ການທະຫານບັນລຸໄດ້ 98% ແລະພະລາທິການ-ເຕັກນິກບັນລຸໄດ້ 92%,ໃນພິທີສະຫາຍ ພັນຕີ ບົວສອນ ບຸນທິສະຫວັດ ຫົວໜ້າພະແນກອົບຮົມຫ້ອງເສນາທິການທະຫານ ແຂວງສາລະວັນຍັງໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ທະຫານໃໝ່ຈຳນວນ 185ສະຫາຍ ອີກດ້ວຍ.

-------

ໂດຍ: ຖາວອນ ສຸວັນນະພິມ