ການນຳເມືອງຫົງສາ-ເມືອງຄອບ ແຂ່ງຂັນກີລາມິດຕະພາບ

  ວັນທີ 17 ກໍລະກົດ 2020 ທີ່ສະໜາມກີລາເດີນຫຍ້າທຽມ ເມືອງຫົງສາ ແຂວງໄຊຍະບູ ໄດ້ຈັດການແຂ່ງຂັນກີລາບານເຕະມິດຕະພາບຂຶ້ນລະຫວ່າງທີມການນຳ ເມືອງຫົງສາຊຶ່ງນຳໂດຍທ່ານ ຄຳຫຼ້າ ຜິວວັນນາ ເຈົ້າເມືອງໆຫົງສາພ້ອມດ້ວຍຄະນະກັບທີມການນຳ ເມືອງຄອບນຳໂດຍທ່ານ ແພງ ຊ້ອຍ ແພງເມືອງ ເຈົ້າເມືອງໆຄອບພ້ອມດ້ວຍຄະນະ, ໃນໂອກາດນີ້ທັງສອງຝ່າຍກໍ່ໄດ້ແລກປ່ຽນທຸງການແຂ່ງຂັນກີລາມິດຕະພາບ.

 ຈຸດປະສົງການຈັດການແຂ່ງ ຂັນກີລາບານເຕະໃນຄັ້ງນີ້, ກໍ່ເພື່ອເປັນການສ້າງສາຍພົວພັນຫັດແໜ້ນຄວາມສາມັກຄີໃຫ້ມີຄວາມແໜ້ນແຟ້ນຍີ່ງໆຂຶ້ນ ແລະທັງເປັນການ ແລກປ່ຽນບົດຮຽນທາງດ້ານກີລາ ບານເຕະຮ່ວມກັນ, ນອກນັ້ນຍັງ ເປັນການສ້າງຂະບວນການຂ່ຳນັບ ຮັບຕ້ອນ 4 ວັນປະຫວັດສາດຂອງ ຊາດ.

 ການແຂ່ງຂັນດັ່ງກ່າວດຳເນີນ ໄປດ້ວຍໄມຕີຈິດມິດຕະພາບສ້າງໄດ້ຄວາມເບີກບານມ່ວນຊື່ນເປັນ ຢ່າງດີ, ຊຶ່ງຜົນປາກົດວ່າ: ທີມບານ ເຕະການນຳເມືອງຄອບເອົາຊະນະທີມບານເຕະການນຳເມືອງຫົງສາ 7-5; ພາຍຫຼັງສຳເລັດການ ແຂ່ງຂັນກີລາແລ້ວທັງສອງຝ່າຍ ກໍ່ໄດ້ມີການຮ່ວມພາເຂົ້າສາມັກຄີ ເຮັດໃຫ້ບັນຍາກາດເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະເບີກບານມ່ວນຊື່ນ.

---------

ໂດຍ: ກິດຕິສັກ ບົວໄລ