ຫຼຸດຕົ້ນແບບໄອໂຟນ 12 ດິໄຊຄ້າຍຄືກັບໄອແພດໂປຣ

 @Jin_Store ໄດ້ຫຼຸດຕົ້ນ ແບບຂອງ iPhone 12 ທີ່ກຳລັງ ຈະເປີດໂຕໃນປີນີ້ມາແບບຄົບ Lin eup ແນ່ນອນວ່າຕົ້ນແບບທີ່ເຫັນຈະເປັນຮູບລັກສະນະທີ່ຈະໃຫ້ຜູ້ ອອກແບບເຄສສ່ວນໃຫຍ່ໄປພັດທະນາ ແລະເຮັດເຄສຂອງຕົວເອງ ແຕການຫຼຸດຄັ້ງນີ້ກໍເຮັດໃຫ້ເຫັນ ດິໄຊເຄື່ອງໄດ້ຊັດເຈນຫຼາຍກວ່າ iPhone12 ທັງໝົດຈະມີດິໄຊໄປເໝືອນກັບ iPad Pro ຄືຂອບໜ້າຈໍເຫຼືອຫຼາຍ ແລະຕົວເຄື່ອງລ່ຽມສັນ ແລະຄາດວ່າຈະມີທັງໝົດ 4 ລຸ້ນທັງiPhone 12 ຂະໜາດ 5,4 ນິ້ວ 6,1 ນິ້ວ iPhone 12 Pro ຂະໜາດ 6,1 ນິ້ວ ແລະ6,7 ນິ້ວເຊັ່ນກັນ.

   ນອກຈາກພາບເຄື່ອງຈິງແລ້ວ ຍັງມີພາບຫຼຸດດິໄຊຈາກຄອມພິວ ເຕີ CAD ເປີດເຜີຍອອກມາເຊັ່ນ ດຽວກັນຈະເຫັນໄດ້ຊັດວ່າຕົວເຄື່ອງ ຈະມີຄວາມໜາປະມານໜຶ່ງ ແລະ ກ້ອງຫຼັງ 4 ຕົວ ແລະມີການເດົາ ວ່າມັນຄື LiDAR Scanner ຕົວດຽວກັບ iPad Pro ແລະ ຄາດວ່າ iPhone 12 ລະເລີ່ມຜະ ລິດໃນເດືອນກໍລະກົດນີ້ແຕ່ສຸດທ້າຍ ແລ້ວ iPhone 12 ລຸ້ນໃໝ່ນີ້ຈະມີຄວາມແຕກຕ່າງແນວໃດກັບລຸ້ນ ປະຈຸບັນຄົງຕ້ອງລໍຖ້າຕິດຕາມຊົມ ກັນຕໍ່ໄປ.

----------

ໜັງສືພິມເສດຖະກິດ-ສັງຄົມ