ເມືອງຫົງສາ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ

   ໃນວັນທີ 4 ກຸມພາ 2019 ຫ້ອງການ-ການເງິນເມືອງຫົງ ສາ ແຂວງໄຊຍະບູລີ ໄດ້ຈັດກອງ ປະຊຸມສະຫຼຸບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈຳ ປີ 2018 ແລະແຜນງົບປະມານ ແຫ່ງລັດປີ 2019 ຂຶ້ນທີ່ສະໂມ ສອນຂອງເມືອງ. ໂດຍການເປັນ ປະທານຂອງທ່ານ ພອນສະຫວັນ ໄຊສົມພັນ ຮອງເລຂາພັກເມືອງຮອງເຈົ້າເມືອງຫົງສາ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການລັດວິສາຫະກິດ, ນາຍບ້ານຕະຫຼອດຮອດພະນັກງານວິຊາ ການ-ການເງິນ ແລະການເງິນ ຂອງຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

  ໃນກອງປະຊຸມ ທ່ານ ພອນສະຫວັນ ໄຊສົມພັນ ກໍໄດ້ກ່າວເປີດ ກອງປະຊຸມຢ່າງເປັນທາງການ ແລະທ່ານໄດ້ກ່າວໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດປີ 2018 ແມ່ນເປັນໄລຍະບາດລ້ຽວອັນສຳຄັນເພາະ ເປັນປີທີສາມຂອງການຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ, ກ້າວເຂົ້າສູ່ໄລຍະກາງຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ 8  (2016-2020).

  ທ່ານ ບຸນເລີດ ແກ້ວວົງສາ ຫົວໜ້າຫ້ອງການ-ການເງິນເມືອງ ຫົງສາ ໄດ້ໃຫ້ຮູ້ວ່າ: ໃນໜຶ່ງປີຜ່ານ ມານີ້, ລາຍຮັບທັງໝົດຂອງເມືອງ ຫົງສາມີຕົວເລກແຜນການປີ 12,83 ຕື້ກີບ ປະຕິບັດລາຍຮັບ ເຂົ້າງົບປະມານໄດ້ທັງໝົດ 16,24 ຕື້ກີບ ເທົ່າກັບ 126,56% ຂອງ ແຜນການປີ ລື່ນແຜນ 26,56% ເປັນເງິນ 3,41 ຕື້ກີບ ທຽບໃສ່ປີ ຜ່ານມາເທົ່າກັບ 97,5% ຫຼຸດລົງ 2,50% ເທົ່າກັບ 416,8 ລ້ານ ກີບ. (ສາເຫດ: ຍ້ອນການຫຼຸດເປີ ເຊັນອາກອນເງິນເດືອນບ້ວງລາຍ ຮັບຂອງເມືອງລົງຈາກ 50% ມາ ເປັນ 26,01%) ໃນນີ້, ລາຍຮັບ ສ່ວຍສາອາກອນຕົວເລກແຜນ ການປີ 12,63 ຕື້ກີບ ປະຕິບັດໄດ້ 16  ຕື້ກວ່າກີບ ເທົ່າກັບ 127,15% ຂອງແຜນການປີ ລື່ນແຜນການ 27,15% ເປັນເງິນ 3,43 ຕື້ກີບ, ລາຍຮັບຊັບສິນຕົວເລກແຜນການ ປີ 200 ລ້ານກີບ ປະຕິບັດໄດ້ 179,1 ລ້ານກີບ ເທົ່າກັບ 89,55% ຂອງແຜນການປີ ບໍ່ສາ ມາດບັນລຸແຜນການ 1,45% ເປັນ ເງິນ 20,88 ລ້ານກີບ.

ດ້ານລາຍຈ່າຍຕົວເລກແຜນ ການປີ 14,30 ຕື້ກີບ ປະຕິບັດໄດ້ 14,16 ຕື້ກີບ ເທົ່າກັບ 99,01% ຂອງແຜນການປີ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 9,23% ເປັນເງິນ 1,19 ຕື້ກີບ. ສ່ວນທິດທາງແຜນ ການຕໍ່ໜ້າ ແມ່ນຈະສືບຕໍ່ເພີ່ມທະວີ ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ແກ່ສະມາ ຊິກພັກພະນັກງານພາຍໃນຂະແໜງ ການເງິນຢ່າງປົກກະຕິຕໍ່ເນື່ອງ ເພື່ອຍົກສູງຄຸນທາດການເມືອງ ຂອງສະມາຊິກພັກພະນັກງານໃຫ້ ມີຄວາມໜັກແໜ້ນ ແລະເປັນເຈົ້າ ການ ໃນການປະຕິບັດໜ້າທີ່ການ ເມືອງໃຫ້ຫຼາຍຂຶ້ນ, ມີຄວາມອຸ່ນ ອ່ຽງທຸ່ນທ່ຽງ, ຕັ້ງໜ້າປະຕິບັດໜ້າ ທີ່ຕາມການມອບໝາຍ.

  ພ້ອມນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະທິດທາງແຜນການປີ 2019 ເພື່ອຊອກໃຫ້ເຫັນດ້ານດີ ແລະແກ້ໄຂຈຸດອ່ອນທັງເປັນການປຶກສາຫາລືແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າຂອງຫ້ອງການ-ການເງິນເມືອງໃຫ້ໄດ້ມີປະສິດທິຜົນດີຂຶ້ນກວ່າເກົ່າ.

   ກອງປະຊຸມຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າເມືອງໃຫ້ແກ່ ບັນດາຫ້ອງການ, ບ້ານ ແລະຫົວ ໜ່ວຍທຸລະກິດທີ່ມີຜົນງານດີເດັ່ນໃນການຈັດເກັບລາຍຮັບມອບເຂົ້າ ງົບປະມານໄດ້ຕາມແຜນ ແລະລື່ນ ແຜນການປະຈຳປີ 2018 ອີກຕື່ມ.

  ໃນຕອນທ້າຍຂອງກອງປະຊຸມ ກໍ່ໄດ້ເປັນກຽດຮັບຟັງການມີຄຳ ຄິດຄຳເຫັນ ແລະໂອ້ລົມຈາກທ່ານ ພອນສະຫວັນ ໄຊສົມພັນ ຮອງເລ ຂາພັກເມືອງ ຮອງເຈົ້າເມືອງຫົງ ສາ. ຊຶ່ງທ່ານໄດ້ຕີລາຄາສູງຕໍ່ໝາກ ຜົນຈັດຕັ້ງປະຕິບັດວຽກງານການ ເງິນ ແລະງົບປະມານໃນໄລຍະ ທີຜ່ານມາ. ພ້ອມດຽວກັນ, ທ່ານ ໄດ້ເນັ້ນໜັກໃຫ້ຂະແໜງການເງິນ ແລະພາກສ່ວນທີ່ກ່ຽວຂ້ອງເອົາໃຈ ໃສ່ຕື່ມບາງບັນຫາເປັນຕົ້ນ. ຕ້ອງ ເພີ່ມທະວີເອົາໃຈໃສ່ສຶກສາອົບ ຮົມການເມືອງ-ແນວຄິດໃຫ້ແກ່ ພະນັກງານທີ່ປະຕິບັດໜ້າທີ່ວຽກ ງານການເງິນ-ງົບປະມານໃຫ້ມີ ຄວາມໜັກແໜ້ນ, ເຂັ້ມແຂງ, ແທດເຖິງ ແລະກວ້າງຂວາງກວ່າ ເກົ່າ, ມີຄວາມຕື່ນຕົວປະຕິບັດພັນທະຂອງຕົນ, ມີຄວາມຈິງໃຈປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ, ຊຸກຍູ້ ແລະປັບປຸງ ໃຫ້ບັນດາວິສາຫະກິດມີຄວາມເຂັ້ມ ແຂງ ພ້ອມກັນເອົາໃຈໃສ່ປະຕິບັດ ມາດຕະການປະຢັດມັດທະຍັດ ຫຼີກ ລ່ຽງການໃຊ້ຈ່າຍຟຸມເຟືອຍ ເພື່ອ ຫຼຸດຜ່ອນການນຳໃຊ້ງົບປະມານ ຂອງລັດ ແລະຊັບພະຍາກອນຂອງ ຊາດໃນອະນາຄົດຕື່ມອີກ.