ໄອສະວັນຍາ ລາຍ ຕິດເຊື້ອໂຄວິດອາການໜັກ

 ໄອສະວັນຍາ ລາຍ ນາງ ເອກ ອິນເດຍ ໜຶ່ງໃນຜູ້ທີ່ມີຊື່ສຽງ ທີ່ສຸດຂອງວົງການຮູບເງົາຖືກນໍາ ສົ່ງເຂົ້າໂຮງໝໍນານາວາຕີໃນນະຄອນຫຼວງມູນໄບຂະນະດຽວກັນ ມີການລາຍງານວ່າ ອາຣັດຍາ ລູກສາວຂອງລາວກໍຖືກນຳສົ່ງເຂົ້າ ໂຮງໝໍເຊັ່ນດຽວກັນ.

 ກ່ອນໜ້ານີ້ ອະພິເສກສາມີ ຂອງລາວ ແລະອະມິຕາກ ພັນຈັນ ພໍ່ສາມີ ຊຶ່ງເປັນນັກສະແດງທີ່ມີຊື່ ສຽງທັງສອງເຂົ້າຮັບການປິ່ນປົວ ຢູ່ໃນໂຮງໝໍໄປກ່ອນແລ້ວຕັ້ງແຕ່ຕົ້ນອາທິດທີ່ຜ່ານມາ ແຕ່ວັນທີ 18 ກໍລະກົດ ທີ່ຜ່ານມາ ຫຼັງຈາກຕິດ ເຊື້ອໂຄວິດ-19, ຕອນທຳອິດ ໄອສະວັນຍາລາຍ ແລະອາຣັດຍາ ຖືກກັກຕົວຢູ່ເຮືອນລາຍງານຂ່າວ ບອກວ່າຄອບຄົວພັນຈັນ ຊຶ່ງໄດ້ຊື່ວ່າເປັນຕະກຸນນັກສະແດງຮູບ ເງົາໄດ້ຮັບຜົນກະທົບຈາກໄວຣັດ ໂຄວິດ-19 ທີ່ລະບາດຮຸນແຮງໄປ ທົ່ວອິນເດຍ ໂດຍໃນອາທິດນີ້ມີ ແຟນໆຮູບເງົາຫຼາຍພັນຄົນຈັດພິທີສວດມົນໃຫ້ກັບຄອບຄົວພັນຈັນ ຫາຍຈາກອາການບໍ່ສະບາຍຍ້ອນຕິດເຊື້ອໂຄວິດ-19.

---------

ຮຽບຮຽງໂດຍ: ແກ້ວ