ຍອດສົ່ງອອກເຄື່ອງປ່າຂອງດົງ ຫວຽດນາມບັນລຸ 12 ຕື້ໂດລາ

 ລັດຖະບານ ສສ ຫວຽດ ນາມ ຄາດຄະເນວ່າ ຍອດມູນຄ່າ ການສົ່ງອອກເຄື່ອງປ່າຂອງດົງທັງ ປີ 2020 ຈະບັນລຸລະດັບ 11,75- 12 ຕື້ໂດລາສະຫະລັດ.

 ຕາມຂ່າວສານຫວຽດນາມ ລາຍງານວ່າ ຕາມການຄາດຄະເນ ຂອງກົມໃຫຍ່ກະສິກຳ-ປ່າໄມ້, ກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມລະບຸວ່າຍອດມູນຄ່າການສົ່ງອອກເຄື່ອງປ່າຂອງດົງທັງປີ 2020 ຈະບັນລຸລະດັບ 11,75-12 ຕື້ໂດລາ,ທ່ານ ຮ່າກົງຕ໊ວນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຖືວ່າ: ຂົງເຂດກະສິກຳ-ປ່າໄມ້ ໄດ້ ປະກອບການເຕີບໂຕ ແລະການສົ່ງອອກສູງທີ່ສຸດໃນຂະແໜງກະສິກຳໃນໄລຍະ 6 ເດືອນຕົ້ນປີ 2020.

 ທ່ານ ຮ່າກົງຕ໊ວນ ສະເໜີວ່າ, ໃນໄລຍະຈະມາເຖິງ, ກົມໃຫຍ່ກະສິກຳ-ປ່າໄມ້ຕ້ອງແນະນຳ, ກວດກາ, ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອແນະນຳໃຫ້ວິສາຫະກິດແກ້ໄຂການຂັດແຍ້ງດ້ານການຄ້າ, ໂດຍສະເພາະແມ່ນບັນຫາກ່ຽວກັບໄມ້ຊະນິດຕ່າງໆ; ຕີລາຄາຜົນກະທົບຂອງບັນຫານີ້.

--------

ໜັງສືພິມເສດຸະກິດ-ສັງຄົມ