ອັງກິດລົງນາມຊື້ວັກແຊງໂຄວິດ 90 ລາ້ນຫຼອດ

ກະຊວງທຸລະກິດຂອງອັງກິດຖະແຫຼງວ່າ ທາງການໄດ້ລົງ ນາມຂໍ້ຕົກລົງຊື້ວັກແຊງທີ່ອາດປ້ອງກັນການຕິດເຊື້ອໂຄວິດ-19 ຈາກສອງແຫຼ່ງລວມທັງໝົດ 90 ລ້ານຫຼອດ.

  ຕາມຂ່າວຕ່າງປະເທດລາຍ ງານວ່າ ອັງກິດໄດ້ລົງນາມຊື້ວັກແຊງທົດລອງ 30 ລ້ານຫຼອດ ຈາກກຸ່ມໄຟເຊີ ແລະໄບໂອເອັນເທກ ຊຶ່ງເປັນພັນທະມິດບໍລິສັດຢາອາເມ ລິກາ-ເຢຍລະມັນ ແລະ 60 ລ້ານຫຼອດຈາກວັນເນວາກຸ່ມບໍລິສັດຢາຝຣັ່ງ ໂດຍມີທາງເລືອກວ່າອາດຈະສັ່ງເພີ່ມອີກ 40 ລ້ານຫຼອດຖ້າຫາກພິສູດ ແລ້ວວ່າປອດໄພໄດ້ຜົນ ແລະເໝາະສົມ. ກ່ອນໜ້ານີ້ ອັງກິດຫາກໍປະກາດວ່າ ບັນລຸຂໍ້ຕົກລົງກັບແອສະຕຣາເຊນເນເກົາບໍລິສັດຢາ ອັງກິດ-ສະວິດ ໃຫ້ຜະລິດວັກແຊງໂຄວິດ -19 ຈຳນວນ 100 ລ້ານຫຼອດ ເປັນວັກແຊງທີ່ບໍລິສັດນີ້ກຳລັງພັດທະນາຮ່ວມກັບມະຫາວິທະຍາໄລອອກຟອດ.

 ກະຊວງທຸລະກິດຂອງອັງກິດຖະແຫຼງວ່າ ອັງກິດມີໂອກາດດີທີ່ສຸດທີ່ຈະໄດ້ຮັບວັກແຊງທີ່ສາມາດຄຸ້ມກັນກຸ່ມສ່ຽງສູງ ແຕ່ບໍ່ໄດ້ເປີດເຜີຍເລື່ອງເງື່ອນໄຂທາງການເງິນຂອງຂໍ້ຕົກລົງ.

------

ໜັງສືພິມເສດຸະກິດ-ສັງຄົມ