ເມືອງນອງສະຫຼຸບຜົນການປະເມີນ ບ້ານເປັນຫົວໜ່ວຍພັດທະນາ

 ເມື່ອບໍ່ດົນຜ່ານມານີ້ເມືອງນອງໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການປະເມີນບ້ານເປັນຫົວໜ່ວຍພັດທະນາຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງນອງໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ລຳແກ້ວ ແສງໜູທອງເລຂາພັກເມືອງເຈົ້າເມືອງ-ເມືອງນອງ,ທ່ານ ແສນສັກ ພິມວົງສາ ຫົວໜ້າພະແນກພາຍໃນແຂວງສະຫວັນນະເຂດ, ມີບັນດາທ່ານໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະກຳມະການ ແລະກອງເລຂາສາມສ້າງຂັ້ນເມືອງເຂົ້າຮ່ວມ.

   ທ່ານ ສາຍສະໝອນ ຄຳລືຊາ ຫົວໜ້າຫ້ອງການພາຍໃນເມືອງທັງເປັນກອງເລຂາສາມສ້າງຂັ້ນເມືອງກໍໄດ້ຂຶ້ນລາຍງານຜົນຂອງການລົງປະເມີນບ້ານເປັນຫົວໜ່ວຍ ພັດທະນາໃນທົ່ວເມືອງມີ 69 ບ້ານ, ມີພົນລະເມືອງທັງໝົດ 32.694 ຄົນ, 16.321 ຄົນ, ມີ6.437 ຄອບຄົວ, ມີຄອບຄົວທຸກຍາກ 4.367 ຄອບຄົວ ເທົ່າກັບ 93,24%, ມີບ້ານທຸກຍາກ 68 ບ້ານ ເທົ່າກັບ 98,55% ສຳລັບການລົງປະເມີນບ້ານເປັນຫົວໜ່ວຍພັດທະນາຕາມຄຳແນະນຳ ເລກທີ 05/ພນ, ລົງວັນທີ 31 ທັນວາ 2019 ກ່ຽວກັບການປະເມີນສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາໃຫ້ມີຄວາມຖືກຕ້ອງຕາມຄວາມເປັນຈິງ ແລະລະອຽດຊັດເຈນ, ສຳລັບການປະເມີນສ້າງບ້ານເປັນຫົວໜ່ວຍພັດທະນາມີ 4 ດ້ານ 30 ຕົວ ຊີ້ບອກຄື: ລະບົບການເມືອງ,ການປົກຄອງ ປະຊາທິປະໄຕ ປະຊາຊົນ ເຂັ້ມແຂງ 4 ຕົວຊີ້ວັດ ບັນລຸກວມເອົາ 75,36% ສົ່ງເສີມການຜະລິດເປັນສິນຄ້າ ແລະການບໍລິການເປັນວຽກງານໃຈກາງຂອງງານສ້າງບ້ານພັດທະນາຕິດພັນກັບການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມລວມມີ 14 ຕົວຊີ້ວັດບັນລຸພຽງແຕ່ 27,95%, ພັດທະນາຂົງເຂດວັດທະນະທຳ-ສັງຄົມ 7 ຕົວຊີ້ ບອກ, ບັນ ລຸກວມເອົາ 56,52%, ໃນແຕ່ລະດ້ານຕາມມາດຖານການສ້າງບ້ານເປັນຫົວໜ່ວຍພັດທະນາ 4 ດ້ານ 30 ຕົວຊີ້ບອກຢູ່ເມືອງນອງໃນ 69 ໝູ່ບ້ານແມ່ນບັນລຸພຽງແຕ່ 44,25% ເທົ່ານັ້ນ.