ໂຮງຮຽນກິດຕິສັກ ເມືອງຫົງສາ ສະຫຼຸບຜົນການຮຽນ-ການສອນ

  ວັນທີ 17 ກໍລະກົດ ຜ່ານມາໂຮງຮຽນລ້ຽງເດັກອະນຸບານ ແລະປະຖົມກິດຕິສັກໄດ້ຈັດພິທີສະຫຼຸບຜົນການຮຽນປະຈໍາສົກ 2019-2020 ແລະມອບໃບຢັ້ງຢືນຈົບຊັ້ນອະນຸບານ 3 ຂຶ້ນ, ໂດຍການໃຫ້ກຽດເຂົ້າຮວ່ມຂອງ ທ່ານ ແກ້ວ ພວງແກ້ວ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ, ມີ ທ່ານ ບຸນມີ ປ້ອງຄໍາ ຜູ້ອໍານວຍການໂຮງຮຽນລ້ຽງເດັກອະນຸບານ ແລະປະຖົມກິດຕິສັກ ເມືອງຫົງສາ ມີເຈົ້າຂອງໂຮງຮຽນ, ແຂກຖືກເຊີນ, ຄູ-ອາຈານ, ຜູ້ປົກຄອງນ້ອງນັກຮຽນ ແລະນ້ອງນ້ອຍນັກຮຽນເຂົ້າຮວ່ມຢ່າງພ້ອມພຽງ.

 ທ່ານ ບຸນມີ ປ້ອງຄໍາ ອໍານວຍການໂຮງຮຽນລ້ຽງເດັກອະນຸບານ ແລະປະຖົມກິດຕິສັກກໍ່ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາປະຈໍາສົກຮຽນປີ 2019-2020 ແລະ ແຜນພັດທະນາການສຶກສາສົກຮຽນປີ 2020-2021 ຊຶ່ງໂຮງຮຽນແຫ່ງດັ່ງກ່າວນີ້ແມ່ນໂຮງຮຽນເອກະຊົນ, ປະກອບມີອາຄານຊັ້ນ ດຽວ, ມີຫ້ອງຮຽນ, ຫ້ອງອາບນໍ້າເດັກ, ຫ້ອງພັກຜ່ອນ, ຫ້ອງແຕ່ງກິນ, ມີອຸປະກອນຮັບໃຊ້ເຄື່ອງຫຼິ້ນພາຍໃນຫ້ອງຢ່າງພຽງພໍ, ເຄື່ງຫລິ້ນກາງແຈ້ງ, ສາມາດສະ ໜອງອາຫານ 1 ຄາບຕອນທ່ຽງ, ມີສະຖານທີ່ພັກຜ່ອນ ແລະບ່ອນຈອດລົດຢ່າງກວ້າງຂວາງອາຄານມີຄວາມແໜ້ນໜາ ແລະຖາວອນ, ນອກນັ້ນຍັງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຍຸ້ງຫຍາກ ແລະບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາຊຶ່ງສະແດງອອກຄູ-ອາຈານ ແຕ່ລະຊັ້ນຮຽນໄດ້ເອົາໃຈໃສ່ ແລະເບິ່ງແຍງດູແລເດັກປະຕິບັດຕາມຈັນຍາບັນຂອງຄູ, ໄດ້ເອົາໃຈໃສ່ປະຕິບັດຕາມ 5 ຫຼັກມູນຂອງການສຶກສາ ແລະເອົາໃຈໃສ່ສຶກສາອົບຮົມເດັກຕາມ 5 ດ້ານ ແລະ 8 ຫົວໜ່ວຍກິດຈະກຳການສອນ, ໄດ້ປະຕິບັດແຜນຂອງໂຮງ ຮຽນວາງອອກເປັນຢ່າງດີ, ສ້າງ ໃຫ້ເດັກເປັນເດັກຄໍາຮູ້, ຮຽນເກັ່ງ, ມີມາລະຍາດດີ, ມີຄວາມສະຫຼາດ ແລະຄວາມພູມໃຈໃນການຮຽນຢ່າງແທ້ຈິງ, ພາຍໃນໂຮງຮຽນມີ ຫ້ອງລ້ຽງເດັກ 2 ຫ້ອງ, ອະນຸ ບານ 3 ຫ້ອງ, ໂຮງຮຽນປະຖົມ ປ1 ມີ 1 ຫ້ອງ ແລະໂຮງຮຽນ ປ2 ມີ 1 ຫ້ອງ ມີນັກຮຽນທັງໝົດ 115 ຄົນ, ຍິງ 48 ຄົນ, ປະກອບມີບຸກຄະລາກອນ 11 ທ່ານ ໃນນັ້ນອໍານວຍການໂຮງຮຽນ 1 ທ່ານ, ຜູ້ບໍລິຫານ 1ທ່ານ, ແມ່ບ້ານ 1 ທ່ານ,ແລະຄູສອນ 8 ທ່ານ, ຜ່ານການສອບເສັງໃນໄລຍະ 1 ປີ ຜ່ານມານ້ອງນັກຮຽນທຸກຄົນສາມາດຮັບຮູ້ ແລະເຂົ້າໃຈດີຊຶ່ງສະແດງອອກມີນ້ອງນັກຮຽນຄໍາຮູ້ນັກຮຽນພັດທະນາດີຈໍານວນ 6 ນ້ອງ, ໄດ້ຜ່ານຮ່າງປະເມີນຂອງນັກຮຽນອະນຸບານ 3 ສຶບຕໍ່ເຂົ້າຮຽນ ປ1 ຫຼືພາກລັດ, ໃນຕອນທ້າຍພິທີປະທານກອງປະຊຸມຍັງໄດ້ມອບໃບຢັ້ງຢືນຈົບຊັ້ນອະນຸບານ 3 ພ້ອມດວ້ຍ ຄະນະ ແລະແຂກຖືກເຊີນຕື່ມອີກ ໃນຈໍານວນ 18 ນ້ອງ.

______________

ຂຽນໂດຍ: ບຸນປອນ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ