ສູນສອບເສັງປະຖົມໄຊຍະບູລີ ສອບເສັງຈົບຊັ້ນ ປ5

   ພິທີສອບເສັງຈົບຊັ້ນ ປ5 ສົກ 2019-2020 ໃນວັນທີ 16 ກໍລະກົດ 2020 ທີ່ໂຮງຮຽນປະຖົມສົມບູນໄຊຍະບູລີ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໂດຍການໃຫ້ກຽດເຂົ້າຮ່ວມຕັດຫົວບົດສອບເສັງຂອງທ່ານ ນາງ ພິລາວັນ ອົງແກ້ວ ຮອງເຈົ້າເມືອງໄຊຍະບູລີ, ທ່ານ ຈັນທະວີ ວັນນະພາຜົນ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງໄຊຍະບູລີ, ພະນັກງານ ທີ່ກ່ຽວຂ້ອງ, ອໍານວຍການໂຮງຮຽນ, ຄູ-ອາຈານ, ຄະນະກໍາມະການພ້ອມດ້ວຍນັກສອບເສັງເຂົ້າຮ່ວມ.

 

 ສູນສອບເສັງປະຖົມໄຊຍະບູລີປະກອບມີ: 6 ໂຮງຮຽນຄື: ປະຖົມສຶກສາສົມບູນໄຊຍະບູລີ, ປະຖົມສົມບູນສີມຸງຄຸນ, ປະຖົມສົມບູນບ້ານນາໄຮ, ປະຖົມສົມບູນບ້ານດອນເງິນ, ປະຖົມສົມບູນບ້ານແກ້ງ, ປະຖົມສົມບູນບ້ານບຸ່ງມີນ້ອງນັກຮຽນເຂົ້າຮ່ວມສອບເສັງທັງໜົດ 288 ຄົນ, ຍິງ 140 ຄົນທົ່ວເມືອງໄຊຍະບູລີ ມີທັງໝົດ 13 ສູນສອບເສັງຄື: ສູນສອບເສັງໄຊຍະບູລີ, ສູນທ່ານາ, ສູນນາຕໍນ້ອຍ,ສູນນໍ້າຕວນ, ສູນຜາຊ້າງ, ສູນຫ້ວຍຊຳອໍ້, ສູນຫ້ວຍເພາະ, ສູນນາຕາກ, ສູນນາມອນ, ສູນຫ້ວຍຈີດ, ສູນນາຫຼາ, ສູນປາງຄອມ, ສູນຫ້ວຍຂຸນຫຼວງວິຊາສອບເສັງມີ: 3 ວິຊາຄື: ວິຊາພາສາລາວ, ວິຊາຄະນິດສາດ, ວິຊາໂລກອ້ອມຕົວ.

-----------

ຂຽນໂດຍ: ນາລີ ແພງວິໄລ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ