ນັກຮ້ອງສາວວົງ BLACKPINK ໂດ່ງດັງລະດັບໂລກ

  ເກີລກຣຸບຊື່ດັງຂອງຄ່າຍ YG Entertainment ຄື BLACKPINK  ທີ່ຕອນນີ້ໂດ່ງດັງທີ່ສຸດບໍ່ວ່າຈະເປັນຜູ້ຕິດຕາມໃນອິນສະຕາແກຣມຂອງສາວທັງ 4 ຄົນມີຜູ້ຕິດຕາມຫຼາຍກວ່າ 10 ລ້ານ ລວມທັງເພງທີ່ມີຍອດເຂົ້າເບິ່ງ ຫຼາຍກວ່າ 100  ລ້ານເທື່ອທຸກເພງ ພ້ອມທັງເວິລທົວກໍຂາຍປີ້ໝົດທຸກຮອບໃນໄລຍະເວລາບໍ່ທໍ່ໃດນາທີນອກຈາກນີ້ຍັງໄດ້ໄປສະແດງງານ ດົນຕີລະດັບໂລກຄື Coachella ອີກດ້ວຍ.

   ຫຼ້າສຸດສ້າງຄວາມປະຫຼາດໃຈ ອີກຄັ້ງເມື່ອທັງ 4 ຄົນ ກຳລັງຈະ ໄປອອກລາຍການ Good Mor ning America ໃນວັນທີ 12 ກຸມພານີ້ຊຶ່ງຈາກສະຖິຕິຂອງ Niel son ລາຍການ Good Morning America ເປັນລາຍການທີ່ມີສະຖິຕິຜູ້ເບິ່ງຫຼາຍທີ່ສຸດຂອງລາຍການໃນຕອນເຊົ້າໃນອາເມລິກາ ເລີຍກໍວ່າໄດ້ເຮັດໃຫ້  BLINK ພາກັນຊື່ນຊົມ ແລະ ສະແດງຄວາມຍິນດີກັບສາວໆນອກຈາກນີ້ລາຍການ  Good Morning America ຍັງຂຽນບົດຄວາມເຖິງສາວໄວ້ 5 ຂໍ້ທີ່ທ່ານຕ້ອງຮຽນຮູ້ກ່ຽວກັບ BLACKPINK ໂດຍໃນບົດຄວາມຍັງກ່າວຕື່ມວ່າສາວໆຈະໂຄສະນາວົງທີ່ອາເມລິກາ ແລະ ຈະປາກົດຕົວ ທີ່ງານ New York fashion week ລະຫວ່າງທີ່ຢູ່ອາເມລິກາ.