ຄວາມຮູ້ກ່ຽວກັບວິທີຮັກສາການປວດຂໍ່ ແລະປວດເຂົ່າ

   ການປວດຂໍ່, ປວດເຂົ່າຄື: ການປວດບໍລິ ເວນຂໍ່ຕ່າງໆຂອງຮ່າງກາຍ ຊຶ່ງຈະພົບເປັນປະຈຳໃນບໍລິເວນຂໍ່ເຂົ່າອາການປວດມັກຈະປວດເລິກໆ ແລະການປວດນີ້ຈະມີອາການອື່ນຮ່ວມຢູ່ນຳເຊັ່ນ: ມີອາການບວມຢູ່ບໍລິເວນທີ່ປວດ, ມີອາການເຄື່ອນໄຫວລຳບາກ, ຝືດຂັດ ຫຼື ມີອາການແດງຮ້ອນທີ່ຂໍ່ສາ ເຫດທີ່ເຮັດໃຫ້ເກີດອາການປວດຂໍ່, ປວດເຂົ່າແມ່ນມາຈາກຫຼາຍສາເຫດບໍ່ວ່າຈະເປັນຂໍ່ເຂົ່າເສື່ອມ, ການສີກຫຼໍຂອງກະດູກ, ເອັນໄຂ່ວ, ອັກເສບຂໍ່ ຫຼື ການ ເກີດຈາກອຸບັດເຫດທີ່ເຮັດໃຫ້ເກີດການເຄື່ອນທີ່ຂອງກະດູກກໍ່ຕາມ.

  • ຫາກ່ຽວກັບຄວາມເສື່ອມຂອງຂໍ່ຕ່າງໆ: ກິນຢາຮ່ວມກັບການເຮັດກາຍະພາບບຳບັດ.
  • ຫຼີກລ່ຽງການເຮັດວຽກໜັກໃນສ່ວນທີ່ເຈັບ ປວດນັ້ນ.
  • ຫາກເກີດຈາກອຸບັດເຫດ:ກິນຢາແກ້ປວດ ແລະການເຮັດກາຍະພາບບຳບັດເຂົ້າຊ່ວຍອາການກໍ່ຈະຄ່ອຍໆດີຂຶ້ນໄດ້.
  • ຫາກເກີດຈາກພະຍາດເຊັ່ນ: ຕ້ອງກິນຢາຕາມແພດສັ່ງຢ່າງເຄັ່ງຄັດ.
  • ເລືອກກິນອາຫານໃຫ້ຖືກຕ້ອງເປັນອາຫານທີ່ ບໍ່ຜິດກັບພະຍາດ.
  • ------
  • ຮຽບຮຽງໂດຍ: ຟ້າ