ສ.ເກົາຫຼີ ສົ່ງດາວທຽມສື່ສານຂຶ້ນສູ່ວົງໂຄຈອນ

  ບໍລິສັດ ສະເປຊເອັກ ປະສົບຄວາມສຳເລັດໃນການເປັນຜູ້ນໍາສົ່ງດາວທຽມສື່ສານດວງທຳອິດໃຫ້ກັບລັດຖະບານ ສ ເກົາຫຼີ.

 ຕາມຂ່າວຕ່າງປະເທດລາຍງານວ່າກະຊວງປ້ອງກັນປະເທດຂອງ ສ.ເກົາຫຼີ ໄດ້ອອກຖະແຫຼງການວ່າລູກສອນໄຟຟໍລຄອນ-ນາຍຂອງບໍລິສັດ ສະເປຊເອັກ ໄດ້ຖືກສົ່ງຂຶ້ນຈາກຖານປ່ອຍລູກສອນໄຟໝາຍເລກ 40 ພາຍໃຕ້ສູນອາວະກາດ ເຄນເນດີ ຢູ່ແຫຼມ ຄານາເວີຣັລ ໃນລັດຟໍລຣີດາ ເພື່ອສົ່ງດາວທຽມອະນາຊີສ(ANASIS-II) ໃຫ້ແກ່ ສ.ເກົາຫຼີ. ຕາມຂໍ້ມູນຈາກກະຊວງປ້ອງກັນປະເທດຂອງ ສ.ເກົາຫຼີ ລະບຸວ່າ ສ.ເກົາຫຼີ ເປັນປະເທດທີ່ 10 ຂອງໂລກທີ່ມີດາວທຽມສື່ສານທາງທະຫານເປັນຂອງຕົນເອງ. ຄາດວ່າດາວທຽມຈະສາມາດເດີນທາງຂຶ້ນໄປເຄື່ອນທີ່ຢູ່ເໜືອພື້ນໂລກດ້ວຍລະດັບສູງ 36.000 ແມັດ ໄດ້ພາຍໃນອີກ 2 ອາທິດ .

 ນອກຈາກນັ້ນ, ລັດຖະບານ ສ.ເກົາຫຼີ ຍັງໄດ້ມອບໝາຍໃຫ້ບໍລິສັດແອຣບັສເປັນຜູ້ຕິດຕາມການເຄື່ອນໄຫວຂອງດາວທຽມເພື່ອໃຫ້ການດຳເນີນງານໄດ້ຮັບປະສິດທິພາບກ່ອນຈະມີການຖ່າຍໂອນລະບົບອີກຄັ້ງໃນເດືອນຕຸລານີ້.