5 ເດືອນຕວັກກີຊື້ຄຳ 148 ໂຕນ

  ຕວັກກີແຊງໜ້າຣັດເຊຍກາຍເປັນປະເທດທີ່ນໍາເຂົ້າຄຳຫຼາຍທີ່ສຸດໃນໂລກຄາດວ່າມີຄວາມກັງວົນຕໍ່ຄວາມສຳພັນກັບອາເມລິກາ ແລະ ການເຂົ້າເຖິງການຊໍາລະໜີ້ດ້ວຍເງີນໂດລາສະຫະລັດ.

   ຕາມຂ່າວຕ່າງປະເທດລາຍງານວ່າຕວັກກີຊື້ຄຳເພີ່ມຂຶ້ນ 3 ເທົ່າເປັນ 148 ໂຕນ ໃນລະຫວ່າງເດືອນມັງກອນເຖິງເດືອນພຶດສະພາກົງກັນຂ້າມຣັດເຊຍຊື້ຄຳຫຼຸດລົງ 60% ເຫຼືອພຽງ 28 ໂຕນ, ຊຶ່ງຕວັກກີກຳລັງເຫັນລາຍໄດ້ເງີນຕາຕ່າງປະເທດຫຼຸດລົງເພີ່ມຄວາມກັງວົນກ່ຽວກັບສະຖຽລະພາບທາງການເງີນໂດຍການໃຊ້ຈ່າຍຂອງນັກທ່ອງທ່ຽວຊຶ່ງເປັນຕົວຂັບເຄື່ອນຕົ້ນຕໍຂອງການເຕີບໂຕທາງເສດຖະກິດໃນໄລຍະບໍ່ທໍ່ໃດເດືອນທີ່ຜ່ານມາ ແລະຍັງເປັນແຫຼ່ງທຳອິດທີ່ປ່ຽນເງີນຕາຕ່າງປະເທດທີ່ສຳຄັນຫຼຸດລົງເກືອບຈຸລະດັບສູນລະຫວ່າງວິກິດໂຄວິດ-19, ທັງນີ້ເງີນລີຣາຂອງຕວັກກີຫຼຸດລົງຕໍ່າສຸດໃນຕົ້ນເດືອນພຶດສະພາຢູ່ທີ່ 7.269 ລີຣາຕໍ່ໂດລາ.

   ຖ້າຫາກຄວາມສຳພັນລະຫວ່າງຕວັກກີ ແລະອາເມລິກາຮ້າຍແຮງໄປກວ່ານີ້ ແລະຫາກອາເມລິກາກຳນົດມາດຕະການລົງໂທດໜັກຂຶ້ນຕວັກກີກໍສ່ຽງຖືກຕັດຂາດຈາກລະບົບຊໍາລະໜີ້ດ້ວຍສະກຸນເງີນໂດລາຫຼັງຈາກອາທິດທີ່ຜ່ານມາຜູ້ນໍາອາເມລິກາຫາກໍລົງນາມໃນຮ່າງກົດໝາຍສະບັບໜຶ່ງຊຶ່ງຂັດຂວາງສະຖາບັນການເງີນຕ່າງໆໃນສປ ຈີນຈາກການເຂົ້າຊື້ເງີນໂດລາ.