ຍອດຂາຍລົດໃນຕະຫຼາດຈີນເພີ່ມຂຶ້ນ

  ຜູ້ຜະລິດລົດພາຍໃນ ແລະ ຕ່າງປະເທດລາຍງານຍອດຂາຍລົດໃນ ສປ ຈີນ ໃນເດືອນ ມັງກອນປີ 2019 ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ ຕະຫຼາດລົດຂອງຈີນໃນປີນີ້ມີຍອດຂາຍລົດທີ່ໜ້າພໍໃຈກວ່າປີທີ່ຜ່ານມາ.

  ຕາມຂ່າວຕ່າງປະເທດລາຍງານວ່າ ເອຟເອ ດັບບລິວ-ໂຟກສະວາເກນ-ອໍດີ້ຂາຍລົດໄດ້ຫຼາຍ ກວ່າ 63.888 ຄັນ ໃນຕະຫຼາດຈີນໃນເດືອນ ມັງກອນ ຊຶ່ງເປັນສະຖິຕິສູງສຸດຕໍ່ເດືອນໂດຍ ຍອດຂາຍເຕີບໂຕ 5,3% ຈາກໄລຍະເວລາດຽວ ກັນກັບປີທີ່ຜ່ານມາ, ໂມເດລທີ່ຜະລິດໃນຈີນມີ ຍອດຂາຍເພີ່ມຂຶ້ນ 3,9% ເມື່ອທຽບເປັນລາຍ ປີຄິດເປັນອັດຕາສ່ວນເກືອບ 91% ຂອງຍອດ ຂາຍລົດໃນເດືອນທີ່ຜ່ານມາ ຂະນະທີ່ຍອດຂາຍ ລົດນໍາເຂົ້າໃນປະເທດຢູ່ທີ່ 5.500 ຄັນ, ຊຶ່ງຮອນ ດ້າ ມໍເຕີ ບໍລິສັດຜູ້ຜະລິດລົດຈາກຍີ່ປຸ່ນລະບຸວ່າ ບໍລິສັດມີຍອດຂາຍລົດໃນຈີນ 136.483 ຄັນ ໃນເດືອນມັງກອນປີນີ້ ນັບວ່າສູງເປັນປະຫວັດ ສາດ ເພີ່ມຂຶ້ນຫຼາຍກວ່າ 108,2% ຈາກໄລຍະເວລາດຽວກັນຂອງປີທີ່ຜ່ານມາ, ດ້ານຜະລິດລົດ BYD ຂອງຈີນສົ່ງມອບລົດ 60 ພັນຄັນໃນເດືອນມັງກອນປີນີ້ ເພີ່ມຂຶ້ນ 77% ເມື່ອທຽບເປັນລາຍປີ ແລະ ໃນບັນດາຍອດຂາຍລົດທີ່ເພີ່ມຂຶ້ນນັ້ນ 32 ພັນຄັນເປັນລົດພະລັງງານໃໝ່ເພີ່ມຂຶ້ນ 342%  ເມື່ອທຽບກັບໄລຍະເວລາດຽວກັນຂອງປີທີ່ຜ່ານມາ.

ທັງນີ້ຍອດຂາຍທີ່ເພີ່ມຂຶ້ນໃນຕະຫຼາດລົດຂອງຈີນເປັນໜ້າປະຫຼາດໃຈຫຼັງຈາກປະເທດລາຍງານຍອດຂາຍລົດທີ່ເຕີບໂຕຕິດລົບເປັນເທື່ອທຳອິດໃນຮອບຫຼາຍກວ່າສອງທົດສະວັດຫຼຸດລົງ 5,8% ເມື່ອທຽບເປັນລາຍປີ ທ່າມກາງຄວາມເຄັ່ງຕຶງທາງການຄ້າກັບອາເມລິກາ ແລະ ແຮງກົດ ດັນທາງເສດຖະກິດທີ່ຫຼຸດລົງ.