ການນຳເມືອງໄຊ ຮ່ວມກັບຊາວໜຸ່ມແຂວງແຂ່ງຂັນກີລາບານເຕະ

 ວັນທີ 17 ກໍລະກົດ 2020 ທີ່ເດີ່ນກີລາໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງອຸດົມໄຊໄດ້ມີກິດຈະກຳການແຂ່ງຂັນກີລາບານເຕະລະຫວ່າງການນຳເມືອງ ໄຊ ນໍາໂດຍທ່ານ ຄຳດາ ຟົງມະນີປະທານອົງການແນວລາວສ້າງ ຊາດເມືອງໄຊ ກັບຄະນະບໍລິຫານ ງານຊາວໜຸ່ມແຂວງນຳໂດຍສະຫາຍ ສົມດີ ເຕັງເບຣຍຈື ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ຊຶ່ງມີຄະນະອຳນວຍການໂຮງ ຮຽນເຕັກນິກວິຊາຊີບແບບປະສົມ ແຂວງອຸດົມໄຊ, ຄະນະນຳຂອງ ເມືອງໄຊ ແລະຄະນະບໍລິຫານ ງານຊາວໜຸ່ມແຂວງເຂົ້າຮ່ວມ.

 ທ່ານ ຄໍາດາ ຟົງມະນີ ປະທານອົງການແນວລາວສ້າງຊາດເມືອງ ໄຊ ກ່າວວ່າ: ການຈັດການແຂ່ງຂັນກີລາໃນຄັ້ງນີ້ກໍເພື່ອຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ໂດຍສະເພາະແມ່ນຕ້ອນຮັບກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງອຸ ດົມໄຊ ຄັ້ງທີ IX ທີ່ຈະໄຂຂຶ້ນໃນມໍ່ໆນີ້, ທັງເປັນການພົບປະສ້າງສັນ,ແລກປ່ຽນບົດຮຽນ, ສ້າງຄວາມ ສາມັກຄີຮັກແພງລະຫວ່າງສອງ ຝ່າຍກໍຄືການນຳເມືອງໄຊ ກັບຄະນະບໍລິຫານງານຊາວໜຸ່ມແຂວງໃຫ້ນັບມື້ນັບແໜ້ນແຟ້ນ ແລະສູງຂຶ້ນ.

 ນອກຈາກການແຂ່ງຂັນກີລາ ບານເຕະເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ອຸດົມໄຊ ຄັ້ງທີ IX ດັ່ງກ່າວແລ້ວ ໃນໄລຍະຜ່ານມາເມືອງໄຊ ຍັງໄດ້ສ້າງຂະບວນການດ້ານອື່ນໆຕື່ມ ອີກເປັນຕົ້ນແມ່ນການລົງໂຄສະນາ, ສຶກສາອົບຮົມການເມືອງ-ແນວຄິດ, ປຸກລະດົມໃຫ້ມວນຊົນພາຍໃນເທສະບານເມືອງໄຊ ອອກແຮງງານ, ປະດັບປະດາບໍລິເວນ ເຂດຄວາມຮັບຜິດຊອບຂອງຕົນ ໃຫ້ສະອາດ, ງາມຕາ.

 ສ່ວນການແຂ່ງຂັນໃນຄັ້ງນີ້ ໂດຍລວມແລ້ວເຫັນວ່າມີບັນຍາກາດຟົດຟື້ນ, ມ່ວນຊື່ນ ແລະເຕັມໄປດ້ວຍຄວາມສາມັກຄິີ, ມີນ້ຳໃຈແລະຜົນປາກົດວ່າທັງສອງຝ່າຍ ແມ່ນສະເໝີກັນ 5 ປະຕູ ຕໍ່ 5.

--------

ໜັງສືພິມເສດຖະກິດ-ສັງຄົມ