5 ປີຜ່ານມາ ກະສິກຳຫຼວງນໍ້າທາມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ

  ທ່ານ ພີມແກ້ວ ທຳລະສິນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນ້ຳທາໃຫ້ສຳພາດວ່າ: ໄລຍະ 5 ປີທີ່ຜ່ານມາແຂວງຫຼວງນໍ້າທາມີຄວາມຫຍຸ້ງຍາກບໍ່ນ້ອຍເປັນຕົ້ນຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ຜົນກະທົບຈາກໄພທໍາມະຊາດ (ນໍ້າຖ້ວມ, ໄພແລ້ງ), ພາໃຫ້ເກີດມີສັດຕູພືດ, ພະຍາດລະບາດ,ເຮັດໃຫ້ພື້ນຖານ ໂຄງລ່າງ, ຜົນຜະລິດຂອງຊາວກະຊິກອນ ແລະ ຜູ້ປະກອບການຈໍານວນໜຶ່ງມີຜົນກະທົບໂດຍກົງ ແລະ ສິ່ງທ້າທາຍທົດສອບຫຼາຍປະການຕໍ່ການຈັດຕັ້ງປະຕິບັດວຽກ ງານໃນຂົງເຂດກະສິກໍາ-ປ່າໄມ້ ແລະ ວຽກງານພັດທະນາຊົນນະບົດລຶບລ້າງຄວາມທຸກຍາກ ແລະຂະແໜງກະສິກຳ ແລະ ປ່າໄມ້ຢູ່ໃນລະດັບ 4,98%, ກວມເອົາລວມຍອດຜະລິດຕະພັນພາຍໃນ 46,8% ຂອງ GDP ແຂວງຫຼວງນໍ້າທາ, ການຜະລິດສະບຽງອາຫານໂດຍສະເພາະແມ່ນການຜະລິດເຂົ້າ, ພືດສະບຽງ ແລະ ການຜະ ລິດຊີ້ນ-ປາເຫັນວ່າເປັນເງື່ອນໄຂໜຶ່ງທີ່ມີທ່າກ້າວ ແລະຂະຫຍາຍຕົວດີພໍສົມຄວນ, ສາມາດກຸ້ມຕົນເອງແລະມີສ່ວນແຮ່ໄວ້ຈຳນວນໜຶ່ງ, ການຜະລິດມີການພັດທະນາວິທີການອັນໃໝ່ຫຼາຍຂຶ້ນໂດຍສະເພາະແມ່ນມີການຫັນໄປສູ່ແບບມີຈຸດສຸມ, ແບບເປັນກຸ່ມ ແລະ ການຜະລິດຂອງຊາວກະສິກອນໄດ້ຫັນມານຳໃຊ້ກົນຈັກນັບມື້ຫຼາຍຂຶ້ນກວມ 85%.

   ການຜະລິດເຂົ້ານາປີກວ່ມເອົາອັດຕາສ່ວນ 67,35%, ການຜະລິດເຂົ້າເນີນສູງກວມອັດຕາສ່ວນ 27,90% ແລະ ການຜະລິດເຂົ້ານາແຊງກວມອັດຕາສ່ວນ 4,75%, ສະເລ່ຍເຂົ້າໃສ່ປະຊາກອນພາຍໃນແຂວງໄດ້ 335 ກິໂລຕໍ່ຄົນຕໍ່ປີ,ການຜະລິດພືດຜັກຕ່າງໆໃນແຕ່ລະປີກໍ່ໄດ້ມີທ່າອ່ຽງເພີ່ມຂຶ້ນເຊັ່ນ: ການປູກຜັກໃຫ້ໝາກ , ຜັກໃຫ້ຫົວ ແລະຜັກໃຫ້ໃບ ສາມາດເກັບກູ້ຜົນ ຜະລິດໄດ້ບໍ່ຫຼຸດ 14.229 ໂຕນ, ສະເລ່ຍຕໍ່ຫົວຄົນໄດ້ 76 ກິໂລຕໍ່ ຄົນຕໍ່ປີ, ໃນນັ້ນປູກພືດຜັກອີນຊີໃນເຮືອນຮົ່ມມີທັງໝົດ 115 ຫຼັງ,ມີເນື້ອທີ່ 5,5 ເຮັກຕາ,ມີ 125 ຄອບຄົວ,ສາມາດຜະລິດຜືດຜັກໄດ້ 150 ໂຕນຕໍ່ປີ, ນອກນັ້ນກໍ່ຍັງໄດ້ສົ່ງເສີມການປູກສາລີຫວານ,ເຜືອກ-ມັນ, ພືດຕະກຸນຖົ່ວແລະໄມ້ໃຫ້ໝາກປະເພດຕ່າງໆອີກຈໍານວນໜຶ່ງ, ປະຈຸບັນມີຄວາຍ ແລະງົວ 42.453 ໂຕ, ໝູ ແລະແບ້ 168.618 ໂຕ, ສັດປີກ832.403 ໂຕ, ສາມາດສະໜອງການຜະລິດຊີ້ນ, ປາ ແລະໄຂ່ຮັບໃຊ້ສັງຄົມໄດ້ 9.305 ໂຕນ, ໃນນັ້ນປະກອບມີ: ຊີ້ນຄວາຍ, ຊີ້ນງົວ, ຊີ້ນໝູ, ຊີ້ນແບ້, ຊີ້ນສັດປີກ, ປາ ແລະໄຂ່, ສະ ເລ່ຍປະມານ 50 ກິໂລຕໍ່ຄົນຕໍ່ປີ.
  ປະຈຸບັນມີຟາມລ້ຽງງົວ-ຄວາຍ 4 ແຫ່ງ, ຟາມລ້ຽງໝູຂະໜາດໃຫຍ່ 1 ແຫ່ງ, ກາງ 6 ແຫ່ງ, ຂະໜາດນ້ອຍ 30 ກວ່າແຫ່ງ ແລະຟາມລ້ຽງໄກ່ 5 ແຫ່ງ, ສາ ມາດຜະລິດໄຂ່ໄດ້ປະມານ 20 ລ້ານໜ່ວຍຕໍ່ປີ, ສະເລ່ຍການບໍລິໂພກຕາມມາດຕະຖານໂພຊະນາການ 75 ໜ່ວຍຕໍ່ຄົນຕໍ່ປີສາມາດສະໜອງພາຍໃນແຂວງໄດ້ພຽງພໍ ແລະມີສ່ວນເຫຼືອເພື່ອຂາຍອອກແຕ່ລະປີປະມານ 1,8-2 ລ້ານໜ່ວຍຕໍ່ປີ, ການຜະລິດກະສິກໍາເປັນສິນຄ້າຮັບໃຊ້ພາຍໃນ ແລະສົ່ງອອກ ແມ່ນໄດ້ອີງໃສ່ຈຸດພິເສດ, ທ່າແຮງ ແລະສີງອໍານວຍຄວາມສະດວກຂອງແຂວງທີ່ໄດ້ກໍານົດຄື: ຢາງພາລາ, ອ້ອຍ, ມັນຕົ້ນ, ໝາກກ້ວຍ, ໝາກແຕງໂມ, ໝາກອຶ, ສາລີແຂງ, ພືດຕະກຸນຖົ່ວ ແລະໄມ້ໃຫ້ໝາກ, ລວມຜົນຜະລິດທັງໝົດແຕ່ລະປີບໍຫຼຸດ 876.269 ໂຕນ, ທົ່ວແຂວງມີເນື້ອທີ່ປູກຢາງພາລາ 36.266 ເຮັກຕາ, ເນື້ອທີ່ປາດ 32 ພັນເຮັກຕາ, ປູກໄມ້ອຸດສາຫະກໍາໄດ້ ແລະປະເພດເຄື່ອງປ່າຂອງດົງໄດ້ 190 ເຮັກຕາ.

_______________

ຂຽນໂດຍ: ກິ່ນນາລົມ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ