ທົ່ວເມືອງໄຊຍະບູລີ ມີນັກຮຽນເສັງຈົບຊັ້ນມັດທະຍົມຕອນຕົ້ນ 1.163 ຄົນ

   ວັນທີ 22 ກໍລະກົດ 2020 ນີ້ ເມືອງໄຊຍະບູລີ ໄດ້ຈັດພິທີສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນໃນທົ່ວເມືອງປະຈໍາສົກປີ 2019-2020 ຂຶ້ນທີ່ໂຮງຮຽນມັດ ທະຍົມສຶກສາສົມບູນເອກະພາບ, ໂດຍເປັນກຽດຕັດຫົວບົດສອບເສັງຂອງ ທ່ານ ບຸນແທນ ທີແກ້ວ ເຈົ້າເມືອງ ໄຊຍະບູລີ, ມີຄູ-ອາຈານພ້ອມດ້ວຍນັກສອບເສັງເຂົ້າຮ່ວມ.

  ໃນການສອບເສັງໃນຄັ້ງນີ້ປະກອບມີ 6 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ວິຊາວິທະຍາ ສາດທໍາມະຊາດ, ວິຊາຄະນິດສາດ, ວິຊາສຶກສາພົນລະເມືອງ, ວິຊາວິທະ ຍາສາດສັງຄົມ ແລະ ວິຊາພາສາອັງກິດ,ໃນທົ່ວເມືອງໄຊຍະບູລີມີສູນສອບເສັງທັງໝົດ 8 ສູນຄື: ສູນໂຮງຮຽນມໍຕົ້ນມິດຕະພາບ, ສູນໂຮງຮຽນ ມສ ເອກະພາບ, ສູນໂຮງຮຽນ ມສ ນາຕາກ, ສູນໂຮງຮຽນ ມສ ພັດທະນາ, ສູນໂຮງຮຽນ ມສ ສົງໄຊຍະບູລີ, ສູນໂຮງຮຽນ ມສ ຫ້ວຍຈີດ, ສູນໂຮງຮຽນມໍຕົ້ນຫ້ວຍຂົວຫຼວງ ແລະສູນໂຮງ ຮຽນ ມສ ກວາງຄໍາ, ມີນັກສອບເສັງທັງໝົດ 1.163 ຄົນ, ຍິງ 586 ຄົນ, ສໍາລັບສູນສອບເສັງ ມສ ເອກະພາບປະກອບມີ 4 ໂຮງຮຽນເຂົ້າຮ່ວມສອບເສັງຄື: ໂຮງ ຮຽນ ມສ ເອກະພາບ, ໂຮງຮຽນ ມສ ຊົນເຜົ່າ, ໂຮງຮຽນ ມສ ນາຍາວ ແລະໂຮງຮຽນ ມສ ຜາຊ້າງມີນັກສອບເສັງທັງໝົດ 350 ຄົນ, ຍິງ 128 ຄົນ.

___________

ຂຽນໂດຍ: ອຳມາລາ ໄຊຍະທັກ