ອາດສະພັງທອງ ສອບເສັງຈົບຊັ້ນມັດທະຍົມຕົ້ນ

   ການເປີດບັ້ນສອບເສັງຊັ້ນມັດທະຍົມຕົ້ນ ມ4 ປະຈໍາສົກຮຽນ ປີ 2019-2020 ແມ່ນໄດ້ໄຂຂຶ້ນໃນລະຫວ່າງວັນທີ 22-24 ກໍລະກົດ 2020 ນີ້, ໂດຍພາຍໃຕ້ການເຂົ້າຮ່ວມເປັນປະທານ ແລະ ເປີດບັ້ນຕັດຫົວບົດຂໍ້ສອບເສັງຂອງ ທ່ານ ສໍາລິດ ເທບພະວົງ ຮອງເຈົ້າເມືອງອາດສະພັງທອງຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມຕາງໜ້າປະທານຊີ້ນໍາລວມໃນສູນສອບເສັງໃນທົ່ວເມືອງອາດສະພັງທອງ, ມີທ່ານ ນາງ ບົວສະຫວັນ ອິນທະສອນ ຕາງໜ້າພະແນກສຶກສາທິການ ແລະກີລາແຂວງສະຫວັນນະເຂດຄະນະປະທານຊີ້ນໍາລວມໃນສູນສອບເສັງໃນທົ່ວເມືອງອາດສະພັງທອງ, ນອກນັ້ນກໍ່ມີຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງພ້ອມດ້ວຍຄະນະ, ຜູ້ອໍານວຍການໂຮງຮຽນຕະຫຼອດຮອດ ຄູ-ອາຈານ ແລະນັກຮຽນຈໍານວນ 807 ຄົນ, ຍິງ 267 ຄົນ ເຂົ້າຮ່ວມສອບເສັງ.

   ໃນທົ່ວເມືອງອາດສະພັງທອງໄດ້ເປີດບັ້ນດໍາເນີນການສອບເສັງຂຶ້ນໄປພ້ອມໆ ໂດຍໄດ້ແບ່ງສູນສອບເສັງອອກເປັນ 4 ສູນສອບເສັງຄື: ສູນສອບເສັງໂຮງຮຽນມັດທະຍົມຕົ້ນດົງເຫັນ, ສູນສອບເສັງໂຮງຮຽນມັດທະຍົມສົມບູນໂນນສະຫວ່າງ, ສູນສອບເສັງໂຮງຮຽນມັດທະຍົມສົມບູນນາໄລ່ ແລະສູນສອບເສັງໂຮງຮຽນມັດທະຍົມຕົ້ນແຈລະ ມ໋ອງໂດຍໄດ້ແບ່ງອອກເປັນ 25 ຫ້ອງສອບ, ມີນັກຮຽນເຂົ້າຮ່ວມຫ້ອງສອບເສັງທັງໝົດຈໍານວນ 807 ຄົນ, ຍິງ 267ຄົນ, ສ່ວນວິຊາທີ່ນໍາມາສອບເສັງໃນສົກປີນີ້; ມີທັງໝົດ 6 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ວິຊາສຶກສາພົນລະເມືອງ, ວິຊາວິທະຍາສາດທໍາມະຊາດ, ວິຊາວິທະຍາສາດສັງຄົມສາດ, ວິຊາຄະນິດສາດ ແລະວິຊາພາສາອັງກິດ, ສ່ວນຄາດໝາຍສູ້ຊົນໃນທົ່ວເມືອງແມ່ນໃຫ້ໄດ້ 100%.

   ທັງນີ້ກໍ່ເພື່ອເປັນການສອບເສັງເອົານັກຮຽນຊັ້ນມັດທະຍົມຕົ້ນຂຶ້ນໄປຮຽນຕໍ່ຊັ້ນມັດທະຍົມປາຍໃຫ້ໄດ້ຄຸນນະພາບ ແລະ ປະລິມານຕາມແນວທາງຂອງກະຊວງສຶກສາທິ ການ ແລະກີລາວາງອອກໃຫ້ບັນລຸຕາມລະດັບຄາດໝາຍ.