ອາພານະກອນ ຈະເຮັດເຕັມທີ່ຫວັງສ້າງຜົນງານດີທີ່ສຸດເຂົ້າຮ່ວມຍິງປືນຊີງແຊັມໂລກ

  ທ້າວ ອາພານະກອນ ແກ້ວໄຊຍະຈັກ ໜຶ່ງນັກຍິງປືນທີມຊາດລາວທີ່ມີຫຼາກຫຼາຍຄວາມສາມາດພ້ອມປະສົມການທີ່ເຂົ້າຮ່ວມແຂງຂັນມາຫຼາຍຄັ້ງພາຍໃນ ແລະຕ່າງປະ ເທດຕິດ 1 ໃນ 8 ເຂົ້າຮ່ວມແຂ່ງຂັນລາຍການໄອພີເອັດຊີ (ປະເພດປືນໂປຣດັກຊັນ) ລະດັບຊາດ 4 ຄັ້ງ.

ທ້າວ ອາພານະກອນ ໃຫ້ຮູ້ວ່າ: ຕົນເອງມີຄວາມພູມໃຈທີ່ໄດ້ເປັນຕົວແທນ ສປປ ລາວ ເຂົ້າຮ່ວມແຂ່ງຂັນຄັ້ງນີ້ປະຈຸບັນຕົນເອງເກັບໂຕຝຶກຊ້ອມທຸກມື້ເພື່ອຢາດຊີງລາງວັນໃດໜຶ່ງໃຫ້ ສປປ ລາວ ຊຶ່ງແຂ່ງຂັນຊີງແຊັມໂລກ 2020 ຂໍໃຫ້ເຊື່ອໝັ້ນວ່າຈະພະຍາຍາມພັດທະນາຕົນເອງຕໍ່ໄປເພື່ອເຮັດໃຫ້ເຕັມທີ່ສ້າງຜົນສຳເລັດໃນການເຂົ້າຮ່ວມງານດັ່ງກ່າວຂໍຮຽກຮ້ອງມາຍັງແຟນພັນແທ້ກີລາຍິງປືນສົ່ງແຮງເຊຍພວກເຮົາດ້ວຍເພື່ອເຂົ້າຮ່ວມສ້າງຜົນສຳເລັດໃນການແຂ່ງຂັນລາຍການເວີດຊຸດໃນຄັ້ງນີ້ດ້ວຍ.

   ຫຼັງຈາກສະໂມສອນຍິງປືນ IPSC ລາວ ສະຫະພັນຍິງປືນແຫ່ງຊາດໄດ້ຮັບໂອກາດ ແລະໄດ້ຮັບສິດຈາກສະມາຄົມຍິງປືນ IPSC ໂລກ ໃຫ້ສາມາດສົ່ງນັກກີລາເຂົ້າ ຮ່ວມແຂ່ງຂັນລາຍການຊີງແຊັມໂລກເປັນຄັ້ງທີ 2, ດັ່ງນັ້ນສະໂມສອນ IPSC ລາວ ຈຶ່ງໄດ້ທຳການຄັດເລືອກນັກກີລາຊຶ່ງມີນັກກີລາເຂົ້າຮ່ວມທຳການຄັດເລືອກຈຳນວນ 14 ຄົນ, ຍິງ 1 ຄົນ ໂດຍເປົ້າໝາຍເພື່ອຄັດເລືອກເອົາຕາມໂຄຕ້າຕົວຈິງ 8 ຄົນ ໃນຮູບການຄັດເລືອກແມ່ນຈັດແຂ່ງຂັນເປັນຈຳນວນ 4 ຄັ້ງ ເລີ່ມຕັ້ງແຕ່ເດືອນມີນາຈົນມາເຖິງວັນທີ 3 ກໍລະກົດ 2020 ເປັນມື້ສຸດທ້າຍຂອງການຄັດເລືອກໂດຍກຳນົດ 10 ສະໜາມແຂ່ງຂັນກໍຄືສະໜາມລະດັບສັ້ນ, ກາງ ແລະ ຍາວໂດຍນັກກີລາທີ່ເຂົ້າ ຮ່ວມແຂ່ງຂັນໄດ້ຍິງປືນເພື່ອສະສົມຄະແນນຜູ້ລະ 300 ລູກຜ່ານການຄັດເລືອກສາມາດເລືອກເຟັ້ນນັກກີລາດີເດັ່ນໄດ້ຕາມເປົ້າໝາຍຕົວຈິງ 8 ຄົນ ປະກອບມີ: ທ້າວ ສຸນັນ ວັດທະນະບູນ, ທ້າວ ທຽນຢີ້, ທ້າວ ຫົງພະຈັນ ດາລາວົງ, ທ້າວ ສິງຄຳ ສີປະເສີດ, ທ້າວ ສຸພົນສາ ນິຍົມ, ທ້າວ ຕົ້ນຄຳ ເມືອງມະນີ (ຮຸ່ນເຍົາວະຊົນ), ທ້າວ ອາໂນໄທ ເມືອງມະນີ ແລະທ້າວ ອາພານະກອນ ແກ້ວໄຊຍະຈັກ, ສຳລັບການແຂ່ງຂັນຊີງແຊັມໂລກຄາດວ່າຈະມີຂຶ້ນໃນທ້າຍປີນີ້ ຫຼືຕົ້ນປີໜ້າທີ່ປະເທດໄທລາຍການດັ່ງກ່າວຈະມີນັກກີລາຫຼາຍກວ່າ 500 ຄົນເຂົ້າຮ່ວມຊີງໄຊ.

________________

ຂຽນໂດຍ: ບຸນນິກ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ