ນ້ອງນັກຮຽນຜູ້ທຸກຍາກ ໄດ້ຮັບເຂົ້າສານຊ່ວຍເຫຼືອ

  ເມື່ອອາທິດຜ່ານມາຫ້ອງການແຮງງານ ແລະສະຫວັດດີການ-ສັງຄົມເມືອງປາກທາໄດ້ມອບເຂົ້າສານ ຈຳນວນ 400 ກວ່າກິໂລ ໃຫ້ກັບຫ້ອງການສືກສາທິການ ແລະກີລາເມືອງເພື່ອໄປແຈກໃຫ້ກັບນ້ອງນັກຮຽນຜູ້ທຸກຍາກຊັ້ນ ມ4 ແລະຊັ້ນ ມ7 ທີ່ນອນຢູ່ໃນຫໍພັກຈຳນວນ 6 ໂຮງຮຽນຄື: ໂຮງຮຽນ ມສ ປາກທາ, ມສ ກ້ອນຕື່ນ, ມຕ ຫາດສະ, ມຕ ຫາດດອນແກ້ວ, ມຕ ຫ້ວຍແສດ ແລະ ມຕ ຫ້ວຍໂມງ ລວມມີທັງໝົດ 82 ນ້ອງ ເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳຈັນ ອິນທະຈັກ ຮອງເລຂາພັກເມືອງປະທານ ກວດກາພັກ-ລັດເມືອງປາກທາ, ມີບັນດາຫົວໜ້າ-ຮອງຫ້ອງການ, ອຳນວຍການ-ຮອງອຳນວຍການ, ຄູ-ອາຈານ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ, ກ່າວມອບໂດຍແມ່ນທ່ານ ຄຳຈັນ ອິນທະຈັກ ຮອງເລຂາພັກເມືອງປະທານກວດກາ ພັກ-ລັດເມືອງປາກທາຮັບໂດຍ ທ່ານ ສົມບູນ ທະວີສັກ ຮອງຫົວໜ້າຫ້ອງການສືກ ສາທິການ ແລະກີລາເມືອງ.

  ທັງນີ້ກໍເປັນການເສີມຂະຫຍາຍຕາໜາງການສືກສາລົງສູ່ຊົນນະບົດໃຫ້ມີຄຸນນະພາບບັນລຸຕາມ 3 ຫຼັກສະນະ 5 ຫຼັກມູນທີກະຊວງສືກສາທິການ ແລະກີລາວາງອອກ ເປັນການສ້າງແຮງກຳລັງໃຈໃຫ້ນັກຮຽນທີ່ທຸກຍາກຂາດເຂີນ ແລະມີແຮງກຳລັງໃຈໃນການເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ແລະທັງເປັນປະຕິບັດຕາມນະໂຍບາຍຂອງກະຊວງແຮງງານ ແລະສະຫວັດດີການສັງຄົມໃຫ້ແກ່ຜູ້ທີ່ທຸກຍາກຂາດເຂີນ ແລະຫ່າງໄກສອກຫຼີກ.