ເກີດອຸບັດເຫດກຳປັ່ນມຽນມາຫຼົ້ມ 18 ຄົນສູນຫາຍ

   ວັນທີ 11 ກຸມພານີ້, ພາກສ່ວນມອດໄຟລັດຍະ ໄຂ່ຂອງມຽນມາກ່າວວ່າ, ຕອນເຊົ້າມື້ດຽວກັນ, ກຳປັ່ນ ລຳ ໜຶ່ງໄດ້ຫຼົ້ມຢູ່ເຂດທະເລບໍລິເວນເກາະເລິເປນລັດ ຍະໄຂ່ປະຈຸບັນ ມີ 7 ຄົນໄດ້ຮັບການກອບກູ້, 18 ຄົນ ຫາຍສາບສູນ.

 ຕາມຂ່າວຊີອາໄອລາຍງານວ່າ ອົງການມອດໄຟ ມຽນມາແຈ້ງໃຫ້ຮູ້ວ່າ ປະມານ 4 ໂມງເຊົ້າວັນທີ 11 ກຸມພານີ້ ກຳປັ່ນລຳໜຶ່ງທີ່ຂຶ້ນກັບກະຊວງຂົນສົ່ງ ແລະ ໂທລະຄົມມຽນມາໄດ້ຫຼົ້ມຢູ່ເຂດທະເລບໍລິເວນເກາະ ເລິເປນຍ້ອນປະສົບກະແສຟອງຮ້າຍແຮງ. ພາກສ່ວນ ທີ່ກ່ຽວຂ້ອງຂອງເກາະເລິເປນໄດ້ສົ່ງກຳປັ່ນຫາປາ ສອງເພື່ອກອບກູ້ຊີວິດໃນທັນທີ, ຈົນຮອດຕອນເຊົ້າ ວັນທີ 11 ກຸມພານີ້, ຢູ່ເທິງກຳປັ່ນທີ່ມີຈຳນວນທັງໝົດ 25 ຄົນ, ມີ 7 ຄົນໄດ້ຮັບການກອບກູ້ຊີວິດ ແລະອີກ 18 ຄົນຫາຍສາບສູນ.

  ຜູ້ຮັບຜິດຊອບພະແນກມອດໄຟລັດຍະໄຂ່ບອກກັບນັກຂ່າວວ່າ, ປະຈຸບັນໜ່ວຍກູ້ໄພຍັງກຳລັງຊອກຫາຜູ້ຫາຍສາບສູນຢູ່ເຂດທະເລບໍລິເວນໃກ້ຄຽງ.