ເຕືອນທົ່ວໂລກກຽມຮັບມືກັບເສດຖະກິດ

ໄອເອັມເອຟເຕືອນປະເທດຕ່າງໆທົ່ວໂລກກຽມຮັບມືກັບສະພາບເສດຖະກິດ ຂະຫຍາຍຕົວຊ້າ ເນື່ອງຈາກເສດຖະກິດອາດລໍຕົວຫຼາຍກວ່າທີ່ຄາດຄະເນໄວ້.

  ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ນາງ ຄຣີສຕິນ ລາກາຣດ ກຳມະການ ຜູ້ຈັດການກອງທຶນການເງິນສາກົນ (ໄອເອັມເອຟ) ເຕືອນປະເທດຕ່າງໆທົ່ວໂລກກຽມ ຮັບມືກັບສິ່ງທ້າທາຍຕໍ່ການຂະຫຍາຍຕົວເສດຖະກິດ ທີ່ອາດຈະຂະຫຍາຍຕົວຊ້າກວ່າທີ່ຄາດການໄວ້ຍ້ອນໄດ້ຮັບຜົນກະທົບຈາກ 4 ປັດໄຈຫຼັກສຳຄັນທີ່ຈະສັ່ນສະເທືອນ ເສດຖະກິດໂລກເປັນຕົ້ນ ຄວາມຂັດແຍ່ງທາງການຄ້າ ແລະການຕັ້ງກຳແພງພາສີ, ການເພີ່ມຄວາມເຂັ້ມງວດດ້ານການເງິນ, ຄວາມບໍ່ແນ່ນອນກ່ຽວກັບເບຣິກຊິດ ແລະ ຜົນກະທົບຕາມມາ ລວມທັງເສດຖະກິດ ສປ ຈີນ ຂະຫຍາຍຕົວຊ້າ.

ຂະນະທີ່ ໄອເອັມເອຟ ໄດ້ປັບຫຼຸດການເຕີບໂຕຂອງເສດຖະກິດໂລກໃນປີ 2019 ລົງຈາກ 3,7% ມາເປັນ 3,5%.