ຕະຫຼາດເງິນກຸ່ມເສດຖະກິດເກີດໃໝ່ຟື້ນຕົວ

ທ່ານ ນາງແມຣີ ນິໂຄລາ ນັກວິເຄາະຈາກອີສະປິງ ອິນເວສ ເມນກ່າວວ່າ ຕະຫຼາດເກີດໃໝ່ຈະ ສາມາດຟື້ນຕົວຂຶ້ນໃນປີນີ້ ເນື່ອງ ຈາກການທີ່ທະນາຄານກາງອາ ເມລິກາ (ເຟດ) ສົ່ງສັນຍານລໍຕົວການປັບຂຶ້ນອັດຕາດອກເບ້ຍ ໂດຍລະບຸວ່າ ຈະໃຊ້ຄວາມອົດທົນ ຕໍ່ການຂຶ້ນອັດຕາດອກເບ້ຍໃນອະນາຄົດ.

ຕາມຂ່າວຕ່າງປະເທດລາຍງານວ່າ ຕະຫຼາດຮຸ້ນ ແລະ ຕະຫຼາດ ເງິນໃນຕະຫຼາດເກີດໃໝ່ຫຼຸດລົງໃນ ປີທີ່ຜ່ານມາ ຈາກຄວາມວິຕົກກ່ຽວ ກັບຄວາມປັ່ນປ່ວນທາງເສດຖະກິດໃນອາກຊັງຕິນ ແລະຕວັກກີ ນອກຈາກນີ້ ການປັບຂຶ້ນອັດຕາ ດອກເບ້ຍຂອງເຟດເຖິງ 4 ຄັ້ງໃນ ປີທີ່ຜ່ານມາກໍເຮັດໃຫ້ປະເທດ ເຫຼົ່ານີ້ພົບກັບບັນຫາໃນການຊໍາ ລະໜີ້ໃນສະກຸນເງິນໂດລາສະ ຫະລັດ, ຢ່າງໃດກໍຕາມ ທ່ານ ນາງ ນິໂຄລາ ກ່າວວ່າ ຕະຫຼາດເກີດໃໝ່ ຈະຟື້ນຕົວກັບມາໃນປີນີ້ຈາກ ການທີ່ເຟດລໍຂຶ້ນອັດຕາດອກ ເບ້ຍ ແລະນັກລົງທຶນຄວນເຂົ້າຊື້ຊັບສິນໃນຕະຫຼາດເກີດໃໝ່ ເນື່ອງ ຈາກຍັງມີລາຄາຖືກ.

ນອກຈາກນີ້ ທ່ານນາງ ນິ ໂຄລາ ຍັງແນະນໍາໃຫ້ນັກລົງທຶນ ເຂົ້າຊື້ສະກຸນເງິນຣູເປຍຂອງອິນ ໂດເນເຊຍ, ລີຣາຂອງຕວັກກີ ແລະ ຣູບຂອງຣັດເຊຍ ຫຼັງຈາກເງິນຣູ ເປຍອ່ອນຕົວລົງຈຸລະດັບຕໍ່າສຸດ ເມື່ອທຽບກັບເງິນໂດລາໃນຮອບ 20 ປີ ໃນເດືອນກັນຍາປີທີ່ຜ່ານມາ ແລະລີຣາຈຸລະດັບຕໍ່າສຸດໃນ ປະຫວັດສາດໃນເດືອນສິງຫາ.