ເຈົ້າແຂວງສະຫວັນນະເຂດຢ້ຽມຢາມສວນໝາກກ້ຽງບ້ານນາຫອຍ

  ເມື່ອບໍ່ດົນມານີ້, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະໄດ້ລົງຢ້ຽມຢາມເບິ່ງສວນໝາກກ້ຽງ ແລະໝາກນາວຂອງປະຊາຊົນເຂດບ້ານນາຫອຍ ເມືອງວິລະບູລີ, ໂດຍການນຳພາທາງຂອງທ່ານ ຄຳຜຸຍ ສີບຸນເຮືອງ ເຈົ້າເມືອງວິລະບູລີ.
   ທ່ານ ໄຊສະຫວາດ ໄຊຍະລາດ ວິຊາການບໍລິສັດໄອເຣິນບາກລາວໄດ້ກ່າວໃຫ້ຮູ້ວ່າ: ບໍລິສັດໄອເຣິນ ບາກລາວ ມີບໍລິສັດແມ່ຢູ່ປະເທດອອສເຕຣເລຍ ໂດຍໄດ້ເລີ່ມມາສົ່ງ ເສີມໃຫ້ປະຊາຊົນປູກໝາກກ້ຽງຢູ່ທີ່ເມືອງວິລະບູລີ ເພື່ອສົ່ງຈຳໜ່າຍໃຫ້ບໍ່ຄຳ ແລະຂາຍພາຍໃນເມືອງໃຫ້ພຽງພໍ, ຖ້າຫາກວ່າຜົນຜະລິດໄດ້ຫຼາຍກໍ່ມີແຜນຈະສົ່ງຂາຍທັງພາຍໃນແຂວງ ແລະ ຕ່າງແຂວງອີກດ້ວຍຊຶ່ງໄດ້ທົດລອງປູກໃນປີ 2015, ມີ 1.000 ຕົ້ນ ໂດຍການສົ່ງເສີມໃຫ້ປະຊາຊົນປູກແບບ 2+3 ຄື: ປະຊາຊົນມີດິນ ແລະແຮງງານ, ສ່ວນບໍລິສັດແມ່ນ ສະໜອງແນວພັນ, ອາຫານເສີມ ແລະຢາປ້ອງກັນແມງໄມ້, ປະຈຸບັນ ມີປະຊາຊົນ 7 ບ້ານຂອງເມືອງວິ ລະບູລີ ທີ່ປູກໝາກກ້ຽງຂອງບໍລິສັດຄື: ບ້ານແກ້ງເກິກ, ນາຫອຍ, ວັງທ່າຄວາຍ, ບຸ່ງຄຳ, ລາດແດງໃຫຍ່, ກົກໝາກ ແລະບ້ານນໍ້າປາເຄນ; ມີທັງໝົດ 54 ຄອບຄົວ ມີເນື້ອທີ່ 76 ເຮັກຕາ ມີຕົ້ນໝາກກ້ຽງ 38.000 ຕົ້ນ, ສະເພາະບ້ານນາຫອຍແມ່ນມີ 34 ຄອບຄົວ ມີ 56 ເຮັກຕາ, ນອກນັ້ນກໍ່ໄດ້ປູກໝາກນາວສັບແຖວກັບໝາກກ້ຽງຊຶ່ງມີທັງໝົດ 5.000 ຕົ້ນ.


  ທ່ານ ໄຊສະຫວາດ ໄຊຍະລາດ ໃຫ້ຮູ້ຕື່ມອີກວ່າ: ສຳລັບໝາກກ້ຽງປີທີ 3 ກໍ່ສາມາດເກັບຂາຍໄດ້ຈົນເຖິງ 25 ປີ ຫຼັງຈາກນັ້ນກໍ່ຕັດຕໍ່ກິ່ງໃໝ່ ແລະສາມາດຂາຍໄດ້ອີກໃນ 3 ປີຕໍ່ໜ້າ; ຖ້າຫາກວ່າປູກຖືກຕ້ອງຕາມເຕັກນິກວິຊາການ, ມີນໍ້າພຽງພໍໃນການຫົດໃນປີທີ 3 ໜຶ່ງ ຕົ້ນຈະສາມາດໃຫ້ຜົນຜະລິດ 12 ຫາ 15 ກິໂລ ແລະປີຕໍ່ໆໄປຈະໄດ້ປະມານ 70 ກິໂລ ສຳລັບການເກັບຜົນຜະລິດຂາຍໃນປີຜ່ານມາປະຕິບັດໄດ້ທັງໝົດ 3.000 ກິໂລ ໃນນັ້ນ 50% ຂອງຜົນຜະລິດແມ່ນສົ່ງຂາຍບໍ່ຄຳເຫຼືອນັ້ນແມ່ນຂາຍພາຍໃນເມືອງໃນກິໂລລະ 10 ພັນກີບ ຊຶ່ງໃນແຕ່ລະປີກໍ່ໄດ້ມີການພັດທະນາ ແລະ ປັບປຸງສາຍພັນໝາກກ້ຽງເພື່ອໃຫ້ເຂົ້າກັບສະພາບແວດລ້ອມທັງນີ້ແນໃສ່ກໍ່ເພື່ອໃຫ້ໄດ້ ຜົນຜະລິດດີຂຶ້ນເປັນລຳດັບ ໂດຍ ໃນປີ 2020 ຄາດວ່າຈະໄດ້ຜົນຜະ ລິດປະມານ 30 ໂຕນ.
  ໂອກາດຢ້ຽມຢາມໃນຄັ້ງນີ້, ທ່ານເຈົ້າແຂວງສະຫວັນະເຂດກໍ່ໄດ້ເນັ້ນໜັກໃຫ້ອຳນາດການປົກຄອງເມືອງລະດົມປະຊາຊົນທີ່ມີເງື່ອນໄຂປູກໃຫ້ຫຼາຍເພື່ອກາຍເປັນສິນຄ້າຂອງເມືອງວິລະບູລີ,ສຳລັບຄອບຄົວທີ່ປູກແລ້ວກໍ່ຕ້ອງເອົາໃຈໃສ່ໃນການບົວລະບັດຮັກສາເຮັດໃຫ້ຖືກຕ້ອງຕາມເຕັກນິກວິຊາການແນະນຳເພື່ອໃຫ້ໄດ້ຜົນຜະລິດຫຼາຍ ແລະສົ່ງຂາຍເປັນສິນຄ້າໃຫ້ບໍ່ຄຳພ້ອມນັ້ນກໍ່ສົ່ງຂາຍພາຍໃນແຂວງ ແລະຕ່າງແຂວງຕື່ມອີກໃນອະນາຄົດ.