ທະນາຄານຊີ້ແຈ້ງການບໍລິການເຂົ້າເຖິງແຫ່ງທຶນຫົວໜ່ວຍທຸລະກິດຂະໜາດນ້ອຍ-ຂະໜາດກາງ

  ທ່ານ ຄຳລຽນ ສີມມະວົງ ວ່າການຫົວໜ້າທະນາຄານພັດທະນາລາວສາຂາ ແຂວງສາລະວັນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຊຸດທີ I ວ່າ: ທຶນສົ່ງເສີມຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະຂະໜາດກາງ (SME) ເປັນທຶນຂອງລັດຖະບານ, ກົມສົ່ງເສີມ SME ເປັນຜູ້ຮັບຜິດຊອບໃນການຄຸ້ມຄອງ,ຊຸກຍູ້ສົ່ງເສີມໂດຍໄດ້ປ່ອຍເງິນກູ້ຜ່ານ 4 ທະນາຄານຄື: ທະນາຄານພັດທະນາລາວທະນາຄານໄຊງ່ອນ-ຮ່າໂນຍລາວທະນຍາຄານຮ່ວມທຸລະກິດລາວ-ຫວຽດ ແລະທະນາຄານມາຮູຮານເຈແປນລາວຊຶ່ງມີຈຳນວນເງິນທະໝົດ 100 ຕື້ກີບ, ໃນນັ້ນທະນາຄານພັດທະນາລາວທົ່ວລະບົບ 18 ສາຂາ ທົ່ວປະເທດໄດ້ຮັບເງິນ 27 ຕື້ກີບ.

   ວົງເງິນປ່ອຍກູ້ຈຸນວິສາຫະກິດສາມາດປ່ອຍກູ້ໄດ້ບໍ່ເກີນ 1,5 ຕື້ກີບ/ສັນຍາ, ວິສາຫະກິດຂະໜາດນ້ອຍສາມາດປ່ອຍກູ້ໄດ້ບໍ່ເກີນ 3 ຕື້ກີບ/ສັນຍາ ແລະ ວິສາຫະກິດ ຂະໜາດກາງແມ່ນສາມາດປ່ອຍກູ້ໄດ້ບໍ່ເກີນ 4 ຕື້ກີບ/ສັນຍາ, ດ້ານການກຳນົດເວລາ ແລະອັດຕາດອກເບ້ຍ, ສຳລັບທຶນໜູນວຽກໄລຍະເວລາໃນການກູ້ຢືມສູງສຸດບໍ່ເກີນ 5 ປີ, ສຳລັບທຶນຄົງທີ່ໄລຍະເວລາໃນການກູ້ຢືມສູງສຸດບໍ່ເກີນ 10 ປີໃນອັດຕາດອກເບ້ຍ 3% ຕໍ່ປີ ໂດຍໄດ້ເລັງໃສ່ເປົ້າໝາຍໃນ 4 ຂະແໜງການໃນການປ່ອຍເງິນກູ້ຄື: ຂະແໜງທ່ອງທ່ຽວ, ຂະແໜງອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ, ຂະແໜງຫັດຖະກຳ, ຂະແໜງກະສີກຳປູກຝັງ ແລະລ້ຽງສັດເງື່ອນໄຂຂອງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງທີ່ຈະໄດ້ຮັບສິນເຊື່ອແມ່ນມີແຜນດຳເນີນທຸລະກິດທີ່ຈະແຈ້ງ ແລະ ຊັດເຈນ, ໄດ້ຮັບການຝຶກອົບຮົມສ້າງຄວາມເຂັ້ມແຂງຈາກກົມສົ່ງ ເສີມ SME ຫຼື ສະພາການຄ້າ ແລະ ໄດ້ຮັບການຢັ້ງຢືນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງເປັນວິສາຫະກິດທີ່ຖືບັນຊີ, ບໍ່ມີໜີ້ບໍ່ເກີດດອກອອກຜົນຢູ່ນຳທະນາຄານ ຫຼື ສະຖາບັນການເງິນອື່ນໆ.

_____________

ຂຽນໂດຍ: ສິດຕາ ເພັດວົງສາ, >> ໜັງສືພິມເສດຖະກິດ-ສັງຄົມ