ໜ່ວຍບໍລິການ ທນບ ເມືອງນາແລ ສະໜອງທຶນດອກເບ້ຍຕໍ່າເພື່ອການພັດທະນາ

  ຕາມການໃຫ້ສໍາພາດຂອງທ່ານ ຫຼ້ານ້ອຍ ທໍາລະສີນ ຫົວໜ້າໜ່ວຍບໍລິການທະນາຄານນະໂຍບາຍ (ທນບ) ເມືອງນາແລ ແຂວງຫຼວງນໍ້າທາ ໃຫ້ຮູ້ໃນວັນທີ 24 ກໍ ລະກົດ 2020 ກ່ຽວກັບການບໍລິການຂອງໜ່ວຍທະນາຄານນະໂຍບາຍໃນໄລຍະຜ່ານມາແມ່ນໄດ້ປະຕິບັດຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນໂດຍຖືເອົາການຈັດ ຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດຖະບານໃນການປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າດ້ວຍການນໍາເອົາແຫຼ່ງທຶນດອກເບ້ຍນະ ໂຍບາຍເພື່ອປ່ອຍສີນເຊື່ອໃຫ້ແກ່ປະຊາຊົນໃນເມືອງເປົ້າໜາຍ, ຈຸດສຸມຂອງລັດຖະບານ-ທ້ອງຖິ່ນ ແລະປະຕິບັດນະໂຍບາຍ 3 ສ້າງ ແລະຕາມແນວທາງນະໂຍບາຍຂອງພັກ-ລັດຖະບານກໍານົດອອກແຕ່ລະໄລຍະ, ຄຸ້ມຄອງການນໍາໃຊ້ແຫຼ່ງທຶນນະໂຍບາຍເພື່ອຫັນເປັນພື້ນຖານເສດຖະກິດທໍາມະຊາດໄປສູ່ການຜະລິດເປັນສິນຄ້າໃນຂົງເຂດກະສິກໍາປູກຝັງ-ລ້ຽງສັດຫັດຖະກໍາການປຸງແຕ່ງຜະລິດຕະພັນກະສິກໍາບໍລິການຕິດພັນກັບການຜະລິດຂອງຊາວກະສິກອນໃຫ້ມີຂະຫຍາຍຕົວຢ່າງຕໍ່ເນື່ອງ, ສະ ໜອງແຫຼ່ງທຶນສິນເຊື່ອດ້ວຍອັດຕາດອກເບ້ຍຕໍ່າຂອງລັດຖະບານທີ່ໄດ້ກໍານົດປະເພດດອກເບ້ຍ ແລະໄດ້ແຍກອອກເປັນ 3 ປະເພດຄື: ໄລຍະສັ້ນອັດຕາດອກເບ້ຍ 5% ຕໍ່ປີ, ສັນຍາກູ້ຢືມ 1 ປີລົງມາ, ໄລຍະກາງ 6%, ສັນຍາກູ້ຢືມ 4 ປີລົງມາ ແລະໄລຍະຍາວ 7% ຕໍ່ປີ ແມ່ນ 6 ປີລົງມາ, ໄດ້ສະໜອງເຂົ້າບ້ານເປົ້າໜາຍ, ເຂດຈຸດສຸມ ລັດຖະບານ-ທ້ອງຖິ່ນ ແລະ ນະໂຍບາຍ 3 ສ້າງໂດຍໄດ້ເລັ່ງໃສ່ເຂົ້າໃນການຜະລິດກະສິກໍາປູກຝັງ-ລ້ຽງສັດເປັນຫຼັກ ແລະ ສໍາຮອງລົງມາແມ່ນເຂົ້າໃນທຶນການບໍລິການສ້າງບ້ານພັກ, ຊື້ພາຫະຂົນສົ່ງ ແລະຊື້ລົດໄຖນາເດີນຕາມເຂົ້າໃນການບຸກເບີກທໍາການຜະລິດ ຫຼືຂະຫຍາຍພື້ນທີ່ທໍາການຜະລິດເຫຼົ່ານີ້ເປັນຕົ້ນ.

 ປະຈຸບັນທະນາຄານນະໂຍບາຍໜ່ວຍບໍລິການເມືອງນາແລແຂວງຫຼວງນໍ້າທາໄດ້ສະໜອງແຫຼ່ງທຶນເຂົ້າເຖິງບ້ານທັງໝົດຈໍານວນ 57 ບ້ານກວມເອົາ 86% ຂອງບ້ານທົ່ວເມືອງທັງໝົດ,ສາມາດສ້າງຕັ້ງກຸ່ມກູ້ຢືມໄດ້: 358 ກຸ່ມ, ໄດ້ມີຄອບຄົວເຂົ້າເຖິງສິນເຊື່ອ 2.053 ຄອບຄົວ,ກວມເອົາ 41%,ຂອງຄອບຄົວທົ່ວເມືອງໃນນີ້ມີຄອບຄົວທຸກຍາກໄດ້ເຂົ້າເຖິງມີ 192 ຄອບຄົວ, ກວມເອົາ 28,11% , ຂອງຄອບຄົວທຸກຍາກທັງໝົດ , ປ່ອຍສິນເຊື່ອທັງໝົດ 49 ຕື້ກ່ວາກີບຮອດປະຈຸບັນມີຍອດສິນເຊື່ອທັງໝົດ 26 ຕື້ກວ່າກີບ ໃນນັ້ນທຶນເມືອງເປົ້າໝາຍກວມເອົາ 50 ບ້ານ, 310 ກຸ່ມຜະລິດ, 1.738 ຄອບຄົວ, ຄອບຄົວທຸກຍາກ 127 ຄອບຄົວ, ຍອດສິນເຊື່ອ 23 ຕື້ກວ່າກີບ, ທຶນຈຸດສຸມທ້ອງຖິ່ນມີ 5 ບ້ານ, 25 ກຸ່ມຜະລິດ, ມີ 182 ຄອບຄົວ , ຄອບຄົວ ທຸກຍາກ 44 ຄອບຄົວ ຍອດສິນເຊື່ອ 1,9 ຕື້ກ່ວາກີບ ແລະ ທຶນ 3 ສ້າງມີ2 ບ້ານ, 18 ກຸ່ມຜະລິດ, ມີ 133 ຄອບຄົວ ແລະຄອບຄົວທຸກຍາກ 21 ຄອບຄົວ ຍອດສິນເຊື່ອ 1 ຕື້ກວ່າກີບ.

  ທ່ານ ຫຼ້ານ້ອຍ ທໍາລະສີນ ຫົວໜ້າໜ່ວຍບໍລິການທະນາຄານນະໂຍບາຍເມືອງນາແລແຂວງຫຼວງນໍ້າທາຍັງໃຫ້ຮູ້ຕື່ມວ່າ: ແຜນການປ່ອຍສິນເຊື່ອໃນປີ 2020 ໜ່ວຍບໍລິການທະນາຄານນະໂຍບາຍເມືອງນາແລ ແຂວງຫຼວງນໍ້າທາ ໄດ້ຮັບແຫຼ່ງທຶນທັງໝົດ 4 ຕື້ກວ່າກີບ ຊຶ່ງໄດ້ສຸມໃສ່ເປົ້າໝາຍເຊັ່ນ: ປູກໝາກແໜ່ງ, ສາລີທຶນຊື້ອຸປະ ກອນປາດຢາງພາລາ, ລ້ຽງງົວ ແລະລ້ຽງໝູ, ໂດຍສຸມທຶນໃສ່ທຶນເມືອງເປົ້າໝາຍມີ 3 ຕື້ກວ່າກີບ, ທຶນຈຸດສຸມທ້ອງຖິ່ນ 400 ລ້ານກ່ວາກີບ ແລະທຶນ 3 ສ້າງ 300 ລ້ານກີບ.

_____________

ຂຽນໂດຍ: ສົມພອນ ຂຸນດາວົງ, >> ໜັງສືພິມເສດຖະກິດສັງຄົມ