ເມືອງນາແລ ສົ່ງເສີມການຜະລິດເປັນສິນຄ້າເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ

  ຕາມການໃຫ້ສໍາພາດຂອງ ທ່ານ ເຄືອບ ພົມລິສັກ ຮອງຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ເມືອງນາແລ ແຂວງຫຼວງນໍ້າທາ ໃຫ້ຮູ້ໃນວັນທີ 24 ກໍລະກົດ 2020 ນີ້ວ່າ: ກ່ຽວກັບການຈັດຕັ້ງປະຕິບັດໜ້າວຽກງານການພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກເຊິ່ງໃນທົ່ວເມືອງນາແລ, ມີຄອບຄົວທຸກຍາກ 683 ຄອບຄົວ ແລະບ້ານທຸກຍາກ 30 ບ້ານ, ສໍາເລັດການປະກາດບ້ານພັດທະນາໄດ້ທັງໝົດ 38 ບ້ານ, ສ້າງຕັ້ງກອງທຶນພັດທະນາບ້ານ 14 ບ້ານ, ມີທຶນໜູນວຽນ 9 ຮ້ອຍລ້ານກວ່າກີບ, ໃນນີ້ໄດ້ຕັດຜັງບ້ານ, ກໍ່ສ້າງສະໂມສອນບ້ານ, ປັບປຸງລະດັບເສັ້ນທາງຈາກເທສະບານເມືອງ-ບ້ານພູຈະແລ-ບ້ານເຜິ້ງ, ມີຄວາມຍາວ 18 ກິແມັດ, ສ້າງກອງທຶນຫຼຸດຜ່ອນຄວາມທຸກຍາກໄດ້ໃຫ້ທຶນສະໜັບສະໜູນກໍ່ສ້າງພື້ນຖານໂຄງລ່າງເຊັ່ນ: ກໍ່ສ້າງປັບປຸງເສັ້ນທາງ,ກໍ່ສ້າງໂຮງຮຽນ, ຊົນລະປະທານນໍ້າລີນ ແລະຈັດສັນພື້ນ ທີ່ລ້ຽງສັດຈໍານວນ 4 ກຸ່ມບ້ານ,ກວມ 22 ບ້ານ,ເມືອງນາແລເປັນເມືອງໜຶ່ງທີ່ນອນຢູ່ໃນເມືອງທຸກຍາກຂອງແຂວງເປັນຕົ້ນແມ່ນການຄໍ້າປະກັນສະບຽງອາຫານ, ການຜະລິດເປັນສີນຄ້າຍັງບໍ່ທັນກວ້າງຂວາງ.

ທ່ານ ເຄືອບ ພົມລິສັກ ຮອງຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ເມືອງນາແລຍັງກ່າວຕື່ມວ່າ: ເພື່ອສູ້ຊົນໃຫ້ເມືອງໄດ້ຫຼຸດພົ້ນຄວາມທຸກຍາກນັ້ນຕ້ອງໄດ້ຈັດສັນອາຊີບໃຫ້ປະຊາຊົນໄດ້ມີວຽກເຮັດງານທຳເພື່ອສ້າງລາຍຮັບໃຫ້ແກ່ເສດຖະກິດຄອບຄົວໂດຍຈະຕ້ອງໄດ້ຊຸກຍູ້ສົ່ງເສີມການຜະລິດໃຫ້ເປັນສິນຄ້າເປັນຕົ້ນການປູກຝັງ ແລະ ລ້ຽງ ສັດເຊັ່ນ: ສາລີແຂງ, ຢາງພາລາ, ພືດຜັກຕ່າງໆ ແລະລ້ຽງສັດສັດໃຫຍ່, ສັດນ້ອຍໂດຍການສ້າງຕັ້ງກຸ່ມ, ເປັນຟາມ, ສົ່ງເສີມໃຫ້ຊາວກະສິກອນຫັນມານຳໃຊ້ເຕັກນິກວິ ຊາການເຂົ້າໃນການຜະລິດໃຫ້ຫຼາຍຂຶ້ນ ແລະ ສົ່ງເສີມໃຫ້ປະຊາຊົນໄດ້ເຂົ້າເຖິງແຫຼ່ງທຶນພ້ອມກັນນັ້ນກໍ່ເປີດກ້ວາງການລົງທຶນດຶງດູດເອົານັກລົງທຶນໃຫ້ມາລົງທຶນໃສ່ ວຽກງານກະສິກຳໃຫ້ຫຼາຍຂຶ້ນ ແລະສົ່ງເສິມໃຫ້ປະຊາຊົນປູກ ແລະຄຸ້ມຄອງເຄື່ອງປ່າຂອງດົງທີ່ມີໃນທຳມະຊາດໃຫ້ມີຄວາມຍືນຍົງ.

  ເພື່ອເປັນການສ້າງຂະບວນການໄວ້ຂໍ່ານັບຮັບຕອ້ນກອງປະຊຸມໃຫຍ່ຄັ້ງທີ 8 ຂອງອົງຄະນະພັກແຂວງຫຼວງນໍ້າທາທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ທາງຫ້ອງການກະສິກໍາ ແລະປ່າໄມ້ເມືອງນາແລໄດ້ສົ່ງເສີມການປູກພືດສະບຽງອາຫານເປັນຕົ້ນແມ່ນການຜະລິດເຂົ້ານາແຊງ, ປູກໄມ້ໃຫ້ໝາກ, ເຜືອກມັນ, ພືດຜັກ ແລະສາລີຫວານລວມທັງໝົດໄດ້ໃນເນື້ອທີ່ 447 ເຮັກຕາ ຜົນຜະລິດ 565 ໂຕນ, ຊຸກຍູ້ສົ່ງເສີມການປູກພືດເປັນສິນຄ້າຄື: ສາລີແຂງ, ມັນດ້າງ, ມັນຕົ້ນ, ຢາສູບ, ໝາກອຶ, ຖົ່ວດິນ, ໝາກເຂືອ, ໝາກເຜັດ, ໝາກແໜ່ງ ແລະໝາກໄມ້ຕ່າງໆ ລວມຜົນຜະລິດໄດ້ 283 ໂຕນ, ປູກພືດລະດູຝົນເຊັ່ນ: ເຂົ້ານາປີ, ເຂົ້າເນີນສູງ, ສາລີແຂງ, ໝາກເດືອຍ,ໄມ້ໃຫ້ໝາກ ພືດຜັກຕ່າງໆ ເນື້ອທີ່ລວມໄດ້ 4.224 ເຮັກຕາ ແລະຍັງໄດ້ສົ່ງເສີມປະຊາຊົນປູກຢາງພາລາ ແລະສ້າງຂະບວນການປູກໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດວັນທີ 1 ມິ ຖຸນາ 2020 ຈໍານວນ 262 ເຮັກຕາ ມີ130.500 ເບ້ຍ,ປ່ອຍປາໃນວັນທີ 13 ກໍລະກົດ ມີຈໍານວນປາທີ່ປ່ອຍລົງສູ່ທໍາມະຊາດ 10 ສາຍພັນມີ 102.000 ໂຕ ຕື່ມອີກ.

_____________

ຂຽນໂດຍ: ສົມພອນ ຂຸນດາວົງ >> ໜັງສືພິມເສດຖະກິດ-ສັງຄົມ