ຫວຽດນາມ ອົບພະຍົບ 80 ພັນຄົນ ອອກຈາກເມືອງດານັງ

  ສສ ຫວຽດນາມ ອົບພະຍົບປະຊາຊົນ 80.000 ຄົນ ສ່ວນໃຫຍ່ເປັນນັກທ່ອງທ່ຽວໃນປະເທດອອກຈາກເມືອງດານັງຫຼັງຈາກກວດພົບປະຊາຊົນ 3 ຄົນຕິດ ເຊື້ອໂຄວິດ-19.

 ຕາມຂ່າວຕ່າງປະເທດລາຍງານວ່າກະຊວງຄົມມະນາຄົມຫວຽດນາມອອກຖະແຫຼງການກ່ຽວກັບການປະສານສົມທົບກັບສາຍການບິນຫຼາຍແຫ່ງເພື່ອຈັດກຽມຖ້ຽວບິນພິເສດໃນການຍົກຍ້າຍນັກທ່ອງທ່ຽວປະມານ 80.000 ຄົນອອກຈາກເມືອງດານັງຊຶ່ງເປັນເມືອງທີ່ສຳຄັນແຄມຊາຍຝັ່ງທາງພາກກາງຂອງປະເທດເນື່ອງຈາກກວດພົບການຕິດເຊື້ອໂຄວິດ-19 ໃນເມືອງດັ່ງກ່າວຢ່າງໜ້ອຍ 3 ຄົນ ໃນການຈັດຖ້ຽວບິນໃຫ້ໄດ້ວັນລະປະມານ 100 ຖ້ຽວບິນການຍົກຍ້າຍນັກທ່ອງທ່ຽວຕ່າງຖິ່ນສ່ວນໃຫຍ່ເປັນຊາວຫວຽດນາມຈາກເມືອງອື່ນແຕ່ມີຊາວຕ່າງປະເທດທີ່ຕົກຄ້າງຈຳນວນໜຶ່ງອີກດ້ວຍກັບໄປສົ່ງຍັງ 11 ເມືອງໃຫຍ່ໃນປະເທດ.

  ທັງນີ້ ຫວຽດນາມ ຍັງປິດຊາຍແດນຈາກນັກທ່ອງທ່ຽວຕ່າງຊາດຕັ້ງແຕ່ເດືອນມີນາຜ່ານມາເພື່ອຫຼຸດຄວາມສ່ຽງການແຜ່ລະບາດເຊື້ອພະຍາດໂຄວິດ-19 ກະຈາຍຂ້າມປະເທດ.