ມຽນມາ ກຽມສົ່ງດາວທຽມດວງທຳອິດຂຶ້ນສູ່ວົງໂຄຈອນ

    ມຽນມາ ກຽມສົ່ງດາວທຽມດວງທຳອິດຂຶ້ນສູ່ວົງໂຄຈອນຮ່ວມກັບກຸ່ມພັນທະມິດປະເທດນ້ອງໃໝ່ໃນວົງການອະວະກາດໂດຍມີເປົ້າໝາຍເພື່ອປົກປ້ອງປະຊາຊົນຫຼາຍລ້ານຄົນຈາກໄພພິບັດດ້ານສິ່ງແວດລ້ອມ.

 ຕາມຂ່າວຕ່າງປະເທດລາຍງານວ່າກຸ່ມດາວຊູເປີທີ່ຈະເກີດຂຶ້ນໃນອະນາຄົດຊຶ່ງເປັນກຸ່ມຂອງດາວທຽມຂະໜາດນ້ອຍຈາກ 9 ປະເທດໃນອາຊຽນຈະຕິດຕາມໄຕ້ຝຸ່ນ,ແຜ່ນ ດິນໄຫວ ແລະ ການໄຫຼຂອງນໍ້າລວມທັງການໃຫ້ຂໍ້ມູນກ່ຽວກັບການໃຊ້ທີ່ດິນການເຕີບໂຕຂອງພືດ ແລະ ການລະບາດຂອງພະຍາດຕ່າງໆໂຄງການອາວະກາດຂອງມຽນ ມາເປັນໂຄງການທຳອິດຂອງເປັນປະເທດຊຶ່ງເປັນປະເທດທີ່ມີການພັດທະນາທາງເສດຖະກິດນ້ອຍທີ່ສຸດໃນກຸ່ມຊຶ່ງລວມມີຟີລິບປິນ, ສສ ຫວຽດນາມ ແລະອິນໂດເນເຊຍ ການສ້າງດາວທຽມ ແລະ ເຕັກໂນໂລຊີໃໝ່ຈະຊ່ວຍໃຫ້ເສດຖະກິດຂອງມຽນມາກ້າວກະໂດດໄປຂ້າງໜ້າຢ່າງເຂັ້ມແຂງ.

 ທ່ານ ຢູກິຮິໂຣະ ທາຄາຮາຊິ ຈາກມະຫາວິທະຍາໄລຮອກໄກໂດໜຶ່ງໃນ 2 ສະຖາບັນຍີ່ປຸ່ນທີ່ເປັນຜູ້ນໍາຂອງໂຄງການລະບຸວ່ານີເຊຣີໄດ້ກາຍເປັນສູນກາງສຳລັບຜະລິດເຕັກໂນໂລຊີດາວທຽມລາຄາຖືກ. ທາຄາຮາຊີກ່າວຕື່ມວ່າກ້ອງຂອງໂຄງການເປັນໜຶ່ງໃນກ້ອງທີ່ດີທີ່ສຸດໃນອະວາກາດຖ່າຍຮູບພາບເກືອບຈະຕໍ່ເນື່ອງທີ່ຈະປ່ຽນເປັນຮູບຈຳລອງ 3 ມິຕິ ຂອງໄຕ້ຝຸ່ນ ຫຼື ພື້ນທີ່ປະສົບໄພພິບັດຊຶ່ງດາວທຽມຈະຕິດຕາມການປ່ຽນການໃຊ້ທີ່ດິນຈາກການພັດທະນາເມືອງໄປຈົນເຖິງການຕັດໄມ້ທຳລາຍປ່າ ແລະ ການຂຸດ ຄົ້ນບໍ່ແຮ່ຜິດກົດໝາຍ.