ການສຶກສາພາກເອກະຊົນຫາລືການເກັບຄ່າຮຽນ

ວັນທີ 11-12 ກຸມພາຜ່ານມາ ທີ່ແຂວງວຽງຈັນ ໄດ້ມີກອງປະຊຸມສະພາທີ່ປຶກສາການສຶກສາພາກເອກະຊົນສະໄໝສາມັນຄັ້ງທີ VIII ໄດ້ມີການປຶກສາຫາລືຫຼາຍບັນຫາເປັນຕົ້ນແມ່ນການເກັບຄ່າຮຽນ ແລະ ຄ່າບໍລິການກ່ຽວກັບການຈັດຕັ້ງການຮຽນການສອນ, ນະໂຍບາຍຕ່າງໆຂອງໂຮງຮຽນ ເອກະຊົນທີ່ມີຕໍ່ຄູ, ການຕິດຕາມ ກວດກາປະເມີນຄືນການຈັດຕັ້ງການຮຽນການສອນຂອງໂຮງຮຽນ, ວິທະຍາໄລທີ່ຍັງບໍ່ທັນໄດ້ປະຕິບັດຕາມເງື່ອນໄຂ ແລະຂັ້ນຕອນທີ່ໄດ້ມີການກຳນົດໄວ້ໃນໂຄງການ ຫຼັກສູດ ແລະການຍົກສະຖາບັນພາກເອກະຊົນເພື່ອໃຫ້ມີເນື້ອໃນຄົບຖ້ວນກ່ອນນຳໄປຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິ ຜົນໃນອະນາຄົດ.

   ກອງປະຊຸມດັ່ງກ່າວ  ໂດຍພາຍ ໃຕ້ການເປັນປະທານຂອງທ່ານ ກອງສີ ແສງມະນີ ຮອງລັດຖະມົນ ຕີກະຊວງສຶກສາທິການ ແລະ ກີລາ, ປະທານສະພາທີ່ປຶກສາການສຶກສາພາກເອກະຊົນ, ຜູ້ຊີ້ນຳວຽກງານ ການສຶກສາພາກເອກະຊົນ, ມີທ່ານ ຄຳພອນ ໄຊສົມພູ ຫົວໜ້າຫ້ອງການສົ່ງເສີມການສຶກສາພາກເອກະຊົນກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະມາຄົມ ການສຶກສາພາກເອກະຊົນ, ວິທະຍາ ໄລທີ່ເປັນສະມາຊິກແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຄຳພອນ ໄຊສົມພູ ໄດ້ຜ່ານຮ່າງບົດສະຫຼຸບຜົນການເຄື່ອນໄຫວປະຈຳປີ 2018 ແລະແຜນ ການປີ 2019 ຂອງສະພາທີ່ປຶກສາການສຶກສາພາກເອກະຊົນ, ຊຶ່ງ ການເຄື່ອນໄຫວໃນໄລຍະ 1 ປີຜ່ານມາເຫັນວ່າມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນໄດ້ສຳເລັດກອງປະຊຸມສະພາທີ່ປຶກສາການສຶກສາພາກເອ ກະຊົນຄັ້ງທີ 7-8 ປະຈຳປີ 2018 ຈັດກອງປະຊຸມຜູ້ບໍລິຫານການສຶກ ສາພາກເອກະຊົນທົ່ວປະເທດ; ລົງເກັບກຳຂໍ້ມູນຄ່າຮຽນ-ຄ່າບໍລິການ ຕ່າງໆໂຮງຮຽນເອກະຊົນ 4 ແຂວງ ຄື: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ສະຫວັນນະເຂດ ແລະຈຳ ປາສັກ; ລົງເກັບກຳຂໍ້ມູນນະໂຍບາຍ ຕ່າງໆພາກເອກະຊົນທີ່ມີຕໍ່ຄູ 3 ແຂວງຄື: ນະຄອນຫຼວງວຽງຈັນ, ຄຳມ່ວນແລະສະຫວັນນະເຂດ; ຝຶກອົບຮົມກ່ຽວກັບໂພຊະນາການອາຫານໃຫ້ແກ່ໂຮງຮຽນພາກເອກະ ຊົນ 47 ຄົນ; ສຳເລັດຮ່າງຂໍ້ຕົກລົງວ່າດ້ວຍສະຖານການສຶກສາ ພາກເອກະຊົນສະບັບເລກທີ 1775/ສສກ ລົງວັນທີ 8 ພຶດສະພາ 2018 ໂດຍປະສານສົມທົບກັບກົມຈັດຕັ້ງ-ພະນັກງານ; ໄດ້ຮັບຮອງ ແລະ ອະນຸ ມັດວິທະຍາໄລພາກເອກະຊົນ 2 ແຫ່ງຄື: ວິທະຍາໄລຣັຕນະບໍລິຫານ ທຸລະກິດແລະວິທະຍາໄລແສງສະ ຫວັນບໍລິຫານທຸລະກິດໃຫ້ຍົກສະ ຖານະເປັນສະຖາບັນການສຶກສາ ພາກເອກະຊົນແລະບັນຫາອື່ນໆ.

  ສຳລັບແຜນການເຄື່ອນໄຫວ ໃນປີ 2019 ແມ່ນຈະສືບຕໍ່ຊຸກຍູ້ສົ່ງເສີມວຽກງານການສຶກສາພາກ ເອກະຊົນທັງພາຍໃນ ແລະຕ່າງປະ ເທດ; ສືບຕໍ່ຊຸກຍູ້ສົ່ງເສີມແລະຕິດ ຕາມສະຖານການສຶກສາພາກເອກະຊົນກ່ຽວກັບການພົວພັນ, ການຮ່ວມມືທັງພາຍໃນ ແລະຕ່າງປະ ເທດ; ພົວພັນປະສານສົມທົບກັບ ກົມວິຊາການແລະພາກສ່ວນທີ່ກ່ຽວຂ້ອງອື່ນໆ ໂດຍສຸມໃສ່ແກ້ໄຂວຽກ ທີ່ຄົງຄ້າງ, ສືບຕໍ່ຕິດຕາມ, ກວດກາ, ປະເມີນ ແລະ ລາຍງານຜົນໄດ້ ຮັບຢ່າງມີຈຸດສຸມ; ຈັດກອງປະຊຸມ ສະພາທີ່ປຶກສາການສຶກສາພາກ ເອກະຊົນປະຈຳປີ 2019.

   ພ້ອມນັ້ນ,ໃນກອງປະຊຸມຄັ້ງນີ້ ບັນດາຜູ້ແທນກອງປະຊຸມຍັງໄດ້ ພ້ອມກັນປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນໃນຫຼາຍບັນຫາເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ ແລະ ນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດ ທິພາບ ແລະ ປະສິດທິຜົນໃນອະນາຄົດເປັນຕົ້ນແມ່ນບັນຫາຄ່າຮຽນ-ຄ່າບໍລິການຕ່າງໆ; ນະໂຍບາຍທີ່ມີຕໍ່ຄູ; ການສ້າງຕັ້ງໜ່ວຍພັກຢູ່ໂຮງຮຽນພາກເອກະຊົນ; ການຈັດຕັ້ງ ການຮຽນວິຊາປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຢູ່ສະຖານການສຶກສາພາກເອກະຊົນ; ການເຂົ້າເປັນສະມາຊິກສະມາຄົມການສຶກສາ ພາກເອກະຊົນແລະອື່ນໆ.