ອັດຕະປື ປະຕິບັດນະໂຍບາຍຜຸ້ມີຄຸນງາມຄວາມດີຕໍ່ປະເທດຊາດ

  ວັນທີ 28 ກໍລະກົດຜ່ານມາ ແຂວງອັດຕະປື ໄດ້ມອບເງິນນະໂຍບາຍໃຫ້ຜູ້ທີ່ມີຜົນງານ,ຄຸນງາມຄວາມດີຕໍ່ປະເທດຊາດ,ຂຶ້ນທີ່ພະແນກແຮງງານ ແລະສະຫວັດດີການສັງຄົມແຂວງໂດຍເຂົ້າຮ່ວມຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງພ້ອມດ້ວຍລູກຫຼານຍາດພີ່ ນ້ອງຜູ້ທີ່ໄດ້ຮັບນະໂຍບາຍເຂົ້າຮ່ວມ.

  ໃນພິທີໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມວ່າດ້ວຍການປະຕິບັດນະໂຍບາຍເງິນປ່ຽນແທນໂກຕາລົດປະຈໍາປີ 2019 ໃຫ້ຜູ້ທີ່ມີຜົນງານ, ຄຸນງາມຄວາມດີຕໍ່ປະເທດຊາດໂດຍສະເພາະພະນັກງານອາວຸໂສເຂົ້າການປະຕິວັດແຕ່ປີ 1954 ຄືນຫຼັງ, ຊຶ່ງໄດ້ອະນຸມັດເງິນປ່ຽນແທນໂກຕາລົດມູນຄ່າ 100 ກວ່າລ້ານກີບ ໃຫ້ 2 ທ່ານ ແລະຜ່ານຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍການອະນຸມັດຈ່າຍເງິນນະໂຍບາຍຕາມດໍາລັດ 272/ລບ, ຊຶ່ງໄດ້ຈ່າຍເງິນນະໂຍບາຍອຸດໜູນເທື່ອດຽວໃຫ້ຜູ້ຍັງມີຊີວິດປະຈໍາປີ 2019 ຈໍານວນ 25 ທ່ານ, ິງ 5 ທ່ານ, ເປັນເງິນຈໍານວນ 600 ກວ່າລ້ານກີບ.

  ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ກ່າວມີຄໍາເຫັນວ່າ: ການທີ່ພັກ-ລັດໄດ້ປະຕິບັດນະໂຍບາຍອຸດໜູນເທື່ອດຽວແລະນະໂຍບາຍປ່ຽນແທນໂກຕາລັດຄັ້ງນີ້ ກໍເພື່ອສະແດງເຖິງຄວາມຮູ້ບຸນຄຸນ, ຄຸນງາມຄວາມດີຂອງການເສຍສະຫຼະຂອງປະຊາຊົນລາວບັນດາເຜົ່າທີ່ມີຕໍ່ປະເທດຊາດ, ຍາມໃດພັກ ແລະລັດຖະບານກໍຄືອໍານາດການປົກຄອງແຂວງອັດຕະປືຈະບໍ່ມີວັນລືມໄດ້ຕໍ່ຜູ້ມີຄຸນງາມຄວາມດີທີ່ເຄີຍເສຍສະຫຼະຕໍ່ປະເທດຊາດ.

   ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປືຍັງໄດ້ເນັ້ນກ່າວຕື່ມວ່າ: ເງິນນະໂຍບາຍທີ່ໄດ້ມອບໃຫ້ໃນຄັ້ງນີ້ແມ່ນໃຫ້ບັນດາລູກຫຼານຍາດຕິພີ່ນ້ອງນໍາໄປພັດທະນາຊີວິດຄອບຄົວໃຫ້ດີຂຶ້ນ ແລະນໍາໃຊ້ເງິນດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ.

___________

ຂ່າວ: ເທວາ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ