ປູກໄວ້ເດີສາລີ ມີສັບພະຄຸນດ້ານສະໝູນໄພ

   ສາລີຖືເປັນພືດຊະນິດໜຶ່ງທີ່ຄົນລາວເຮົາຮູ້ຈັກ ແລະນໍາມາບໍລິໂພກກັນມາແຕ່ດົນ, ສາລີສາມາດເປັນທັງອາຫານຂອງຄົນ ແລະສັດເພາະເປັນອາຫານທີ່ມີຄຸນຄ່າທາງໂພຊະນາການສູງອີກຊະນິດໜຶ່ງເຊັ່ນ: ຄາໂບໄຮເດດ, ໂປຕີນ, ໄຍອາຫານ, ວິຕາມິນ, ທາດເຫຼັກ, ແມັກນິຊ່ຽມ, ສານຕ້ານອະນຸມູນອິດສະຫຼະສະນັ້ນຄວນປູກໄວ້.

  • - ຊ່ວຍຕ້ານພະຍາດມະເຮັງ.
  • - ຊ່ວຍໃນການໝູນວຽນຂອງເລືອດ.
  • - ຊ່ວຍຫຼຸດຄວາມດັນໃນຮ່າງກາຍ.
  • - ຊ່ວຍຫຼຸດນໍ້າຕານໃນກະແສເລືອດ.
  • - ຫຼຸດຄວາມສ່ຽງໃນການເປັນເບົາຫວານ.
  • - ຊ່ວຍບໍາລຸງຫົວໃຈ.
  • - ມີລິດເປັນຢາຂັບປັດສະວະອ່ອນໆ.
  • - ຊ່ວຍບໍາລຸງຜິວພັນໃຫ້ສົດໃສ.
  • - ຊ່ວຍບໍາລຸງສາຍຕາ.
  • - ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ຮ່າງກາຍ.
  • - ຊ່ວຍບໍາລຸງກະດູກ ແລະແຂ້ວ.

__________________________________________________________________