7 ເດືອນຕົ້ນປີນີ້ຫວຽດນາມສົ່ງອອກຜະລິດຕະພັນກະເສດ 22 ຕື້ໂດລາ

  ຫວຽດນາມລະບຸວ່າໃນ 7 ເດືອນຕົ້ນປີ 2020 ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າຂອງຫວຽດນາມຄາດວ່າບັນລຸກວ່າ 22 ຕື້ໂດລາ

  ຕາມຂ່າວສານຫວຽດນາມລາຍງານວ່າຕາມກະຊວງກະສິກໍາ ແລະພັດທະນາຊົນນະບົດຫວຽດນາມລະບຸວ່າໃນ 7 ເດືອນຕົ້ນປີ 2020 ວົງເງິນສົ່ງອອກຜະລິດຕະພັນ ກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າຂອງຫວຽດນາມຄາດວ່າບັນລຸກວ່າ 22 ຕື້ໂດລາ, ໃນນັ້ນລວມມີ 6 ກຸ່ມ ແລະປະເພດສິນຄ້າສົ່ງອອກບັນລຸກວ່າ 1 ຕື້ໂດລາ. ໃນນັ້ນ, ກຸ່ມຜະລິດຕະພັນກະເສດຕົ້ນຕໍຄາດວ່າບັນລຸ 10,4 ຕື້ ໂດລາ; ສິນໃນນໍ້າຄາດວ່າບັນລຸ 4,4 ຕື້ໂດລາ ແລະຜະລິດຕະພັນເຄື່ອງປ່າຂອງດົງຕົ້ນຕໍບັນລຸ 6,5 ຕື້ໂດລາ. ສະເພາະເດືອນກໍລະກົດ, ວົງເງິນສົ່ງອອກຄາດວ່າບັນລຸ 3,4 ຕື້ໂດລາ, ເພີ່ມຂຶ້ນ 6,4% ເມື່ອທຽບໃສ່ເດືອນມິຖຸນາ 2020. ໃນ 7 ເດືອນຕົ້ນປີ 2020, ເຖິງວ່າສະພາບການຕະຫຼາດມີຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ກໍຕາມ, ແຕ່ມີຜະລິດຕະພັນຫຼາຍຊະນິດຍັງມີວົງເງິນສົ່ງອອກເພີ່ມຂຶ້ນຢ່າງຈະແຈ້ງຄື ເຂົ້າສານ, ຜັກ, ມັນຕົ້ນ, ກຸ້ງ, ໄມ້ ແລະຜະລິດຕະພັນໄມ້, ແຄະ, ໄມ້ໄຜ່ເປັນຕົ້ນ.

  ກະຊວງກະສິກໍາ ແລະພັດທະນາຊົນນະບົດໃຫ້ຮູ້ວ່າຄາດວ່າການເຕີບໂຕທົ່ວຂະແໜງສູ້ຊົນບັນລຸ 2,6–3%, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າຂອງປີ 2020 ບັນລຸປະມານ 41 ຕື້ໂດລາ.