ເຊກອງ ປ່ອຍງູເຫຼືອມຄືນສູ່ທຳມະຊາດ

  ແລງວັນທີ 3 ສິງຫາ 2020 ກອງກວດກາປ່າໄມ້ແຂວງເຊກອງຮ່ວມກັບຫ້ອງການກະສິກຳ ແລະປ່າໄມ້ເມືອງລະມາມ ໄດ້ນຳເອົາງູເຫຼືອມຈຳນວນ 1 ໂຕ ປ່ອຍຄືນສູ່ທໍາມະຊາດທີ່ຫ້ວຍເຫ່ວເຂດບ້ານນາວາ ເມືອງລະມາມ ໂດຍມີຄະນະກອງກວດກາປ່າໄມ້ແຂວງ, ມີຫ້ອງການກະສິກຳແລະປ່າໄມ້ເມືອງລະມາມພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


  ທ່ານ ສົມບູນ ທອງສະຫວັດ ຮອງຫົວໜ້າໜ່ວຍງານກວດກາສັດນໍ້າ-ສັດປ່າ ກອງກວດກາປ່າໄມ້ພະແນກກະສິກຳ ແລະປ່າໄມ້ແຂວງເຊກອງໄດ້ເວົ້າວ່າ: ງູທີ່ນຳໄປ. ປ່ອຍໃນຄັ້ງນີ້ມີຈຳນວນ 1 ໂຕ, ມີຄວາມຍາວ 3,30 ແມັດ, ນໍ້າໜັກ 25 ກິໂລກຣາມ, ທີ່ໄດ້ມາຈາກພະແນກການເງິນແຂວງເຊກອງ, ຊຶ່ງແມ່ນພະນັກງານໄດ້ພົບເຫັນຢູ່ຂ້າງຫໍພັກຂອງພະນັກງານພະແນກການເງິນແຂວງຈຶ່ງໄດ້ແຈ້ງເຈົ້າໜ້າທີ່ກ່ຽວຂ້ອງມາຈັບເອົາງູດັ່ງກ່າວເພື່ອໄປມອບໃຫ້ພະແນກກະສິກຳ ແລະປ່າໄມ້ແຂວງໂດຍສະເພາະແມ່ນກອງກວດກາປ່າໄມ້ເພື່ອນຳໄປປ່ອຍຄືນສູ່ທຳມະຊາດຢູ່ທີ່ຫ້ວຍເຫ່ວເຂດບ້ານນາວາເພື່ອໃຫ້ມີການແຜ່ພັນສືບຕໍ່ໄປ.

------------------------------------------

______________

ຂ່າວ: ເພັດສົມພອນ ພົມມະສອນ 

ຮູບພາບໜັງສືພິມເສດຖະກິດ-ສັງຄົມ