6 ເດືອນຕົ້ນປີ ເສດຖະກິດເມືອງກາສີ ຂະຫຍາຍຕົວ 4,1%

   ໃນວັນທີ 31 ກໍລະກົດຜ່ານມາ, ສະຫາຍ ຄຳອ້ວນ ສຸວັນທອງ ຮອງເຈົ້າເມືອງໆກາສີໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະຄາດຄະເນ 6 ເດືອນທ້າຍປີ 2020 ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 3 ສະໄໝ ທີ VI ນີ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2020 ເສດຖະກິດເມືອງກາສີຂະຫຍາຍຕົວຢູ່ໃນລະດັບ 4,1% ແຜນການປີທີ່ວາງໄວ້ແມ່ນ 7,5% ລວມຍອດລາຍຮັບພາຍໃນບັນລຸໄດ້ປະມານ 342,8 ຕື້ກີບ, ສະເລ່ຍລາຍຮັບໃສ່ຫົວຄົນໄດ້ 8,2ລ້ານກວ່າກີບ ຫຼືເທົ່າກັບ 923 ໂດລາຕໍ່ຄົນຕໍ່ເດືອນ(ອັດຕາແລກປ່ຽນ 1 ໂດລາ ເທົ່າກັບ 8.884 ກີບ,ພົນລະເມືອງ 6 ເດືອນຕົ້ນປີ 2020 ມີທັງໝົດ 41.791 ຄົນ) ສະເລ່ຍເຂົ້າກິນໄດ້ 34,07 ກິໂລຕໍ່ຄົນຕໍ່ເດືອນ, ທຽບໃສ່ແຜນການປີເທົ່າກັບ 66,51%, ສາມາດປູກພືດລະດູແລ້ງໄດ້ທັງໝົດ 2.932 ເຮັກຕາຜົນຜະລິດໄດ້18.904 ໂຕນ ທົ່ວເມືອງມີ ສັດລ້ຽງປະເພດຄວາຍຈຳນວນ 5.369 ໂຕ, ງົວ 13.002 ໂຕ, ໝູ 5.378 ໂຕ, ແບ້ 1.778 ໂຕ, ນອກນັ້ນຍັງມີສັດປີກຈຳ ນວນ 139.325 ກວ່າໂຕ ສາມາດສະໜອງການບໍລິໂພກໄດ້ 411,35 ໂຕນ, ສະເລ່ຍການບໍລິໂພກໃສ່ຫົວຄົນໄດ້ 9,64 ກິ ໂລຕໍ່ ຄົນຕໍ່ 6 ເດືອນ.

 ທົ່ວເມືອງມີຊົນລະປະທານທັງໝົດ 183 ແຫ່ງ, ມີໂຮງງານອຸດສາຫະກຳ ແລະຫັດຖະກຳທັງໝົດ 135 ຫົວໜ່ວຍລວມມູນຄ່າຜະລິດຕະພັນ 38 ຕື້ກວ່າກີບ ການເກັບລາຍຮັບເຂົ້າງົບປະມານເດືອນຜ່ານມາປະຕິບັດໄດ້ 901 ລ້ານກວ່າກີບ ເທົ່າກັບ 53,77% ຂອງແຜນການປີດ້ານລາຍຈ່າຍ ປະຕິບັດໄດ້ 2 ຕື້ກວ່າກີບ ເທົ່າ ກັບ 34,46% ຂອງແຜນການປີ; ດ້ານພື້ນຖານໂຄງລ່າງ ກໍໄດ້ແກ້ໄຂສຸກເສີນເສັ້ນທາງນາຊູ-ລ້ອງໝາກຄາຍ, ຕິດຕາມການກໍ່ສ້າງເສັ້ນທາງເບຕົ່ງເສີມເຫຼັກທາງເວັ້ນເສັ້ນທາງລົດໄຟລາວ-ຈີນ ເຂດບ້ານນາມົນມີຄວາມຍາວ 217 ແມັດ,ເສັ້ນທາງຊອຍບ້ານໂພນສະຫວາດຍາວ 847 ແມັດ,ຕິດຕາມການສ້ອມແປງເສັ້ນທາງຫຼວງແຫ່ງ ຊາດ 13 ເໜືອ ມູນຄ່າ 5 ຕື້ກວ່າກີບ ສາມາດປະຕິບັດໄດ້ 87,42%, ສ້ອມແປງທາງກາສີ-ເມືອງນານ ມູນຄ່າ 2 ຕື້ກວ່າກີບ ປະຕິບັດໄດ້  93,21%;ໄດ້ສຳຫຼວດວັດແທກອອກໃບແຈ້ງທີ່ດິນໄດ້ທັງໝົດ 298 ຕອນ ເທົ່າກັບ149% ຂອງແຜນການປີ.

  ສຳລັບ 6 ເດືອນທ້າຍປີ 2020 ຈະສືບຕໍ່ເຮັດໃຫ້ຈັງວະການຂະຫຍາຍຕົວຂອງເສດຖະກິດຢູ່ໃນລະດັບ 7,5%, ສືບຕໍ່ເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ ຫຼືລື່ນແຜນການຕາມເງື່ອນໄຂຕົວຈິງ, ສືບຕໍ່ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕິດພັນກັບວຽກງານ 3 ສ້າງໃຫ້ໜັກແໜ້ນເຂັ້ມແຂງຂຶ້ນກວ່າເກົ່າ, ສູ້ຊົນເຮັດໃຫ້ອັດຕາຄອບຄົວທຸກຍາກຫຼຸດລົງ ແລະໝົດໄປເທື່ອລະກ້າວ, ສືບຕໍ່ສູ້ຊົນສ້າງບ້ານພັດທະນາໃຫ້ນັບມື້ນັບເພີ່ມຂຶ້ນສືບຕໍ່ສະກັດກັ້ນແກ້ໄຂບັນ ຫາປາກົດການຫຍໍ້ທໍ້ຕ່າງໆທີ່ເປັນສິ່ງກີດຂວາງອັດຕັນຕໍ່ການພັດທະນາຂອງເມືອງໃຫ້ໝົດໄປຢ່າງຊິ້ນເຊີງ.

--------------------------------------------------