ທຸລະກິດເສັ້ນເຂົ້າປຸ້ນແຫ້ງສາມາດສ້າງວຽກເຮັດງານທໍາໃຫ້ປະຊາຊົນ

  ຈາກຄວາມພະຍາຍາມ ແລະຄວາມຕັ້ງໃຈເພື່ອນໍາເອົາບົດຮຽນ ແລະປະສົບການທີ່ໄດ້ຮໍ່າຮຽນມາຖ່າຍທອດເຂົ້າໃນວຽກງານຕົວຈິງເພື່ອພັດທະນາຄອບຄົວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກ້າວໄປສູ່ພັດທະນາກາຍເປັນບໍລິສັດຜະລິດເສັ້ນເຂົ້າປຸ້ນແຫ້ງທີ່ຖືກຕ້ອງຕາມລະບຽບກົດໝາຍສາມາດສ້າງວຽກເຮັດງານທໍາໃຫ້ແກ່ກໍາມະກອນມື້ໜຶ່ງເກືອບ 20 ຄົນ, ອີງໃສ່ເງື່ອນໄຂ ແລະກາລະໂອກາດທີ່ອໍານວຍ,ຄວາມຮຽກຮ້ອງຕ້ອງການຂອງຕະຫຼາດບວກໃສ່ຫົວຄິດປະດິດສ້າງ ແລະ ຄວາມດຸ ໝັ່ນຂະຫຍັນພຽນຂອງຄອບຄົວ.

 ທ່ານ ຊົງປະດິດ ແກ້ວບົວ ອາຍຸ 46 ປີ ປະຈຸບັນຢູ່ ບ້ານສີເມືອງ ເມືອງໄຊຍະບູລີ ແຂວງໄຊຍະບູລີ; ພາຍໃນຄອບຄົວມີນໍາກັນ 4 ຄົນ ໄດ້ເວົ້າສູ່ຟັງວ່າ: ກ່ອນຈະມາເຖິງຈຸດນີ້ໄດ້ເມື່ອກ່ອນຕົນເອງໄປຮໍ່າຮຽນສຶກສາຢູ່ປະເທດຈີນຈາກນັ້ນຈົບມາຢູ່ບ້ານເລີຍທໍາທຸລະກິດຄ້າຂາຍຍ່ອຍ ແລະສົ່ງຕາມຫ້າງຮ້ານຕ່າງໆພາຍໃນເມືອງໄຊຍະບູລີແຕ່ຊ່ວງເວລານັ້ນການຄ້າຂາຍກໍ່ບໍ່ລຸ້ງປານໃດຄອບຄົວຂອງຕົນເອງໄດ້ປຶກສາຫາລືຊອກທາງອອກທີ່ດີເພື່ອເສີມລາຍຮັບເຂົ້າໃນຄອບຄົວເລີຍລົງທຶນຊື້ດິນຈໍານວນ 1 ຕອນ ປະ ມານ 3.300 ແມັດກາເລ, ຊື້ເຄື່ອງຈັກຜະລິດເສັ້ນເຂົ້າປຸ້ນແຫ້ງຢູ່ເຂດບ້ານນາໄຮ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໃນປີ 2018 ແລະໄດ້ເລີ່ມຜະລິດເສັ້ນເຂົ້າປຸ້ນແຫ້ງເລີ່ມແຕ່ປີ 2018 ເປັນຕົ້ນມາໂດຍໃຊ້ກໍາມະກອນມື້ໜຶ່ງ ເກືອບ 20 ຄົນ ໂດຍຄ່າຈ້າງມື້ລະ 50 ພັນກີບຕໍ່ມື້ ຂັ້ນຕອນຂອງການຜະລິດເສັ້ນເຂົ້າປຸ້ນແຫ້ງແມ່ນໂມ້ແປ້ງລະອຽດແລ້ວສົ່ງເຂົ້າເຄື່ອງບີບແລ້ວບີບອອກມາລ້າງນໍ້າແລ້ວເອົາອອກຕາກແດດ 2-3 ຊົ່ວໂມງ ແລ້ວມາມັດແພັກເຂົ້າຖົງ; ແຕ່ລະມື້ສາມາດຜະລິດໄດ້ 1 ໂຕນເຄິ່ງຖ້າອາ ກາດເໝາະສົມ, ແດດດີ, ຟ້າຝົນບໍ່ເອື້ອອໍານວຍກໍ່ຈະຜະລິດໄດ້ມື້ລະ 1 ໂຕນ.

  ສ່ວນວັດຖຸດິບມາຮັບໃຊ້ໂຮງງານແມ່ນນໍາເຂົ້າຈາກ ສປ ຈີນ ເຊັ່ນ: ແປ້ງເຂົ້າຈ້າວສໍາເລັດຮູບ,ນໍ້າມັນພືດເດືອນໜຶ່ງ 30 ໂຕນ ມູນຄ່າຊື້ປະມານ 7 ລ້ານກວ່າກີບ, ດ້ານການຈໍາໜ່າຍແມ່ນສົ່ງຂາຍພາຍໃນແຂວງ ແລະແຂວງໃກ້ຄຽງຄື: ແຂວງຫຼວງພະບາງໃນລາຄາ 38.000 ກີບຕໍ່ 5 ກິໂລ ສັງລວມແລ້ວສະເລ່ຍລາຍຮັບໃນປີໜຶ່ງການຜະລິດເສັ້ນເຂົ້າປຸ້ນແຫ້ງເມື່ອຫັກຄ່າຈ້າງແຮງງານ ແລະຄ່າສິ້ນເປືອງອື່ນໆແລ້ວຈະມີກໍາໄລຢູ່ 100 ລ້ານກີບຕໍ່ປີ.

 ນອກຈາກເຮັດໂຮງງານເສັ້ນເຂົ້າປຸ້ນແຫ້ງແລ້ວທາງບໍລິສັດ ຊົງປະດິດ ແກ້ວບົວ ຍັງໄດ້ເປັນຕົວແທນຈໍາໜ່າຍຂາຍຍົກ-ຂາຍຍ່ອຍປະເພດເຄື່ອງອຸປະໂພກ,ບໍລິໂພກເຊັ່ນ: ນໍ້າດື່ມໄອເດຍລີ, ນໍ້າຕານ, ກໍ້ເຈ້ຍ, ເຂົ້າໜົມ, ສະບູຝຸ່ນ, ນໍ້າສົ້ມ ແລະອື່ນໆອີກ; ເມື່ອສັງລວມລາຍຮັບໝົດປີທາງບໍລິສັດແມ່ນມີລາຍຮັບທັງໝົດ 300 ລ້ານກີບຕໍ່ປີ. ນັ້ນໄດ້ຢັ້ງຢືນໃຫ້ເຫັນວ່າຈາກທຸລະກິດນ້ອຍ, ຈາກຄອບຄົວທີ່ບໍ່ຫຼູຫຼາຈຶ່ງກາຍມາເປັນບໍລິສັດ ຊົງປະດິດ ແກ້ວບົວ ອັນໄດ້ສົ່ງເສີມ ແລະ ສ້າງວຽກເຮັດງານທໍາໃຫ້ແກ່ກໍາ ມະກອນມີລາຍໄດ້ເສີມໃນແຕ່ລະວັນໄປໃນທຸກມື້ນີ້.

  ທ່ານຍັງໃຫ້ຮູ້ຕື່ມວ່າເມື່ອມາເບິ່ງຄວາມຮຽກຮ້ອງຕ້ອງການໃນການບໍລິໂພກຂອງສັງຄົມກໍຄືການຕະຫຼາດຈໍາໜ່າຍນັບມື້ນັບຫຼາຍຂຶ້ນທາງບໍລິສັດເຮົາກໍມີແຜນຜະລິດຈໍາໜ່າຍເສັ້ນເຂົ້າປຸ້ນແຫ້ງໃຫ້ໄດ້ໜຶ່ງເດືອນຈາກ 1 ໂຕນເຄິ່ງ ມາເປັນ 2 ໂຕນ ແລະນໍາເຂົ້າວັດຖຸດິບຈາກ 30 ໂຕນ ມາເປັນ 35 ໂຕນຕໍ່ປີ.                

_____________

ຂຽນໂດຍ: ບຸນທີ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ