ວາງແຜນການທ່ອງທ່ຽວໃນເຂດອຸດທິຍານແຫ່ງຊາດ ນາກາຍນໍ້າ-ເທີນ

  ເມື່ອອາທິດຜ່ານມາທີ່ຫ້ອງປະຊຸມອຸດທິຍານແຫ່ງຊາດນາກາຍນໍ້າ-ເທີນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສາລີ ຮອງກອງ ເລຂາອຸດທິຍານນາກາຍແຫ່ງຊາດນາກາຍ-ນໍ້າເທີນເຂົ້າຮ່ວມມີທ່ານ ນາງ ກິນນະລອນ ເບນທອນທິລາດ ຫົວໜ້າຫ້ອງການຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ ເມືອງນາກາຍ ມີວິຊາການເມືອງ ອຄປ, ຜູ້ປະກອບການ, ຫົວໜ້ານຳທ່ຽວຂັ້ນບ້ານນາຍບ້ານເຂດເທິງຊ່ຽວຊານຕ່າງປະເທດ, ວິຊາການເຂົ້າຮ່ວມ.

  ໃນວາລະກອງປະຊຸມ ທ່ານ ຈັນສັກ ວິຊາການ ອຄປ ໄດ້ຂຶ້ນທົບທວນແຜນທີ່ຈະເປີດສະຖານທີ່ທ່ອງທ່ຽວ, ສາມເຂດເທິງ, ທົບທວນຂໍ້ມູນຕ່າງໆທີ່ໄດ້ຈາກການເກັບກຳ ກັບບັນດາຜູ້ປະກອບການທ່ອງທ່ຽວ ແລະນຳສະເໜີສັນຍານອກນັ້ນ ທ່ານ ໂພແອັດຊູ ຊ່ຽວຊານຕ່າງປະເທດຂຶ້ນປຶກສາຫາລືກ່ຽວກັບກຸ່ມເຮືອ, ຄ່າເຮືອ ແລະຄ່ານຳທ່ຽວ (ບ້ານຫາເມືອງ) ແລະບ້ານຫາຈຸດ ທ່ອງທ່ຽວຄ່າເຕັ້ນນອນ, ຄ່າພັກເຊົາ, ຄ່າເຊົ່າເຕັ້ນກໍໄດ້ມີການແລກປ່ຽນສົນທະນາກ່ຽວກັບການວາງລາຄາໃຫ້ເໝາະສົມລະຫວ່າງຜູ້ປະກອບການກັບນັກທ່ອງທ່ຽວ ແລະກຸ່ມນຳທ່ຽວຂັ້ນບ້ານໃຫ້ມີຄວາມເອກະພາບກັນ, ໂດຍອີງຕາມລະບຽບຂອງອຸດທິຍານແຫ່ງຊາດນາກາຍນໍ້າ-ເທີນ, ສະຫຼຸບຄ່າໃຊ້ຈ່າຍ, ລາຄາຂາຍໃຫ້ນັກທ່ອງທ່ຽວ ແລະປຶກສາຫາລືກັບບໍລິສັດທີ່ເປັນການຕະຫຼາດຕະຫຼອດເຖິງການຮັກສາຄວາມປອດໄຟແກ່ນັກທ່ອງທ່ຽວປະຕິບັດລະບຽບການ ແລະຄວາມຮັບຜິດຊອບ.

   ໃນຕອນທ້າຍຍັງໄດ້ໄດ້ຮັບຟັງການມີຄຳເຫັນຂອງທ່ານ ສາລີ ຮອງກອງເລຂາອຸດທິຍານນາກາຍແຫ່ງຊາດນາກາຍ-ນໍ້າເທີນທ່ານຍັງໄດ້ເນັ້ນເຖິງການພັດທະນາການທ່ອງທ່ຽວນີ້ໃຫ້ທຸກໆພາກສ່ວນເອົາໃຈໃສ່ຕໍ່ຫຼັກການ,ວິທີການ, ການບໍລິການບົນຄວາມປອດໄຟໃຫ້ແກ່ນັກທ່ອງທ່ຽວ ແລະຍັງເນັ້ນເຖິງການມີສ່ວນຮ່ວມຂອງປະຊາຊົນໃນເຂດດັ່ງກ່າວໃຫ້ພວກເຂົາມີສ່ວນຮ່ວມໃຫ້ຫຼາຍທີ່ສຸດເພື່ອສ້າງອາຊີບໃຫ້ພວກເຂົາມີລາຍໄດ້, ໃຫ້ເຂົາກ້າສະແດງອອກ ແລະຊຸກຍູ້ສົ່ງເສີມຍົກລະດັບໃນດ້ານສີໄມ້ລາຍມືຕະຫຼອດຮອດການຍິບສານສິນຄ້າພື້ນບ້ານຂອງປະຊາຊົນໃຫ້ມີອາຊີບເສີມທີ່ໝັ້ນຄົງ.