ວັດປາກອູ ເປັນວັດທີ່ເກົ່າແກ່ໃນແຂວງຫຼວງພະບາງ

   ວັດປາກອູ ເປັນວັດທີ່ເກົ່າແກ່ ແລະງົດງາມອີກແຫ່ງໜຶ່ງໃນແຂວງຫຼວງພະບາງສ້າງຂຶ້ນໂດຍພະເຈົ້າໄຊເຊດຖາທິຣາຊ ໃນປີ ຄສ 1547 (ມາຮອດປະຈຸບັນເທົ່າກັບ 473 ປີ) ວັດປາກອູ ຕັ້ງຢູ່ບ້ານປາກອູ ແຄມຝັ່ງນໍ້າຂອງເບື້ອງທິດຕາເວັນອອກກົງກັນຂ້າມກັບຖໍ້າຕິ່ງເປັນວັດເກົ່າແກ່ສວຍງາມ, ມີຄວາມໝາຍຄວາມສຳຄັນກ່ຽວພັນກັບຖໍ້າຕິ່ງ ແລະໃນປະຈຸບັນກາຍເປັນແຫຼ່ງທ່ອງທ່ຽວທາງວັດທະນາທຳທີ່ສຳຄັນຂອງແຂວງຫຼວງພະບາງ.

  ວັດປາກອູ ແຫ່ງນີ້ເປັນວັດທີ່ເກົ່າແກ່ຢູ່ຮ່ວມສະໄໝດຽວກັນກັບຖໍ້າຕິ່ງເປັນຍຸກທີ່ພະພຸດທະສາສະໜາຈະເລີນຮຸ່ງເຮືອງໃນເຂດນີ້, ຊຶ່ງພຸດທະສີມາ ຫຼືສິມຂອງວັດປາກອູ ນີ້ສ້າງຂຶ້ນໃນຍຸກດຽວກັນກັບວັດຊຽງທອງຫຼວງພະບາງ ໃນສະຕະວັດທີ 16 ແຕ່ຖືກທໍາລາຍໂດຍ ກຸ່ມຄົນບໍ່ດີຫຼາຍເທື່ອ ແລະໄດ້ບູລະນະຄືນຫຼາຍເທື່ອເຊັ່ນດຽວກັນແຕ່ເຖິງແນວໃດກໍ່ຕາມພຸດທະສີມາ ຫຼືສິມຂອງວັດປາກອູຍັງຄົງຮັກສາໂຄງສ້າງສະຖາປັດຕະຍະກໍາລາວແບບສະບັບສະຕະວັດທີ 16 ໄດ້ເປັນຢ່າງດີເຖິງແມ່ນວ່າມີການບູລະ ນະຫຼາຍເທື່ອແລ້ວກໍ່ຕາມ, ແຕ່ກ່ອນວັດນີ້ມີສາສະນະ ສົມບັດທີ່ເກົ່າແກ່ກ່ອນສະຕະວັດ ທີ 16 ຈໍານວນໜຶ່ງ ແລະມີຝາຜະໜັງດ້ານໜ້າຂອງສິມໄດ້ມີຮູບແຕ້ມກ່ຽວກັບພຸດທະປະຫວັດໂດຍຊ່າງສີມືລາວຫຼວງພະບາງ ຕົ້ນສະຕະວັດທີ 19 ເຂົ້າໃຈວ່າເພິ່ນແຕ້ມຂຶ້ນໃໝ່ພາຍຫຼັງທີ່ເພິ່ນໄດ້ບູລະນະແລ້ວແຕ່ໜ້າເສຍດາຍປີ ຄສ 1991 ເພິ່ນລຶບຮູບແຕ້ມເກົ່າຢູ່ຝາຜະໜັງດ້ານລຸ່ມຖິ້ມແລ້ວ (ເພິ່ນອາດເຫັນວ່າມັນເກົ່າແກ່ຊຸດໂຊມຫຼາຍ) ແຕ່ປະຈຸບັນກໍ່ຍັງຄົງໃຫ້ເຫັນຮ່ອງຮອຍຮູບແຕ້ມຝາຜະໜັງເປັນມົວໆ.

   ວັດປາກອູ ເປັນວັດທີ່ມີຄວາມໝາຍຄວາມສຳຄັນຕິດພັນກັບຖໍ້າຕິ່ງ ແລະພະຣາຊະວັງຫຼວງພະບາງມາແຕ່ສະໄໝກ່ອນເມື່ອໃດພະເຈົ້າມະຫາຊີວິດສະເດັດຂຶ້ນໄປໄຫວ້ຖໍ້າຕິ່ງກໍ່ຕ້ອງຂ້າມມາໄຫວ້ວັດປາກອູອີກດ້ວຍເຊັ່ນດຽວກັນບ້ານປາກອູເປັນບ່ອນຕັ້ງຖິ່ນຖານຂອງຄົນໃນຕະກຸນເຜົ່າກົກເຄົ້າເຜົ່າລາວເທິງ ແລະ ລາວໄທ ຫຼື ໄທລາວທີ່ອົບ ພະຍົບລົງມາຕາມລ້ອງແມ່ນໍ້າອູລົງສູ່ແມ່ນໍ້າຂອງຕັ້ງແຕ່ສະໄໝບູຮານຊຶ່ງໄດ້ມີນິທານພື້ນສືບເລົ່າວ່າ: ພູຜາແອ່ນຊຶ່ງຕັ້ງຢູ່ເບື້ອງກົງກັນຂ້າມກັບບ້ານປາກອູທາງທິດຕາ ເວັນອອກນັ້ນໃນສະໄໝບູຮານເປັນບ່ອນລາວເທິງ ແລະລາວລຸ່ມ (ລາວໄທ) ຊ່ວງເສັງກັນຍິງທະນູວົງມົນສີແດງຢູ່ເທິງໜ້າຜາຂອງພູນັ້ນຖ້າວ່າໃຜຍິງຖືກຜູ້ນັ້ນຈະໄດ້ເປັນເຈົ້າພະຍາຂຶ້ນປົກຄອງເມືອງລ້ານຊ້າງ ການພະນັນກັນໃນເວລານັ້ນແມ່ນລາວລຸ່ມຊະນະຄືຍິງຖືກເປົ້າໝາຍດັ່ງນັ້ນຊົນຊາດລາວຈຶ່ງໄດ້ຂຶ້ນເປັນເຈົ້າພະຍາປົກຄອງເມືອງລ້ານຊ້າງແຕ່ນັ້ນມາ.

---------------------------------------------