ໂຊຟີ ເທີເນີ ໃຫ້ກຳເນີດລູກສາວແລ້ວ

 ໂຊຟີ ເທີເນີ ຫຼື ຊານຊາສະຕາກ ນັກສະແດງຊີຣີດັງເລື່ອງ Game of Thrones ໄດ້ໃຫ້ກຳເນີດລູກສາວເປັນທີ່ຮຽບຮ້ອຍແລ້ວ ທັງນີ້ບັນດາແຟນໆຊີຣີຕ່າງເຊື່ອວ່າ ລາວອາດຕັ້ງຊື່ລູກສາວຕາມຕົວ ລະຄອນໃນຊີຣີເລື່ອງດັ່ງກ່າວກໍ່ເປັນໄດ້.

  ເມື່ອບໍ່ດົນມານີ້ໄດ້ມີການລາຍ ງານວ່ານັກສະແດງຄົນອັງກິດອາ ຍຸ 24 ປີ ໂຊຟີ ເທີເນີ ແລະສາມີໂຈໂຈນາດ ນັກຮ້ອງໜຸ່ມວົງ DNCE ຊື່ດັງຄົນອາເມລິກາອາຍຸ 30 ປີ ທັງສອງໄດ້ກາຍເປັນພໍ່ແມ່ສົມໃຈ ແລ້ວຫຼັງຈາກທີ່ ໂຊຟີ ໃຫ້ກຳເນີດທາຍາດເພດຍິງເປັນຄົນທຳອິດຂອງຄອບຄົວ, ທັງນີ້ບັນດາແຟນໆ ເຊື່ອວ່າລາວອາດຈະຕັ້ງຊື່ລູກຕາມຕົວລະຄອນໃນຊີຣີເລື່ອງ Gameof Thrones ເປັນເດັກນ້ອຍຍິງ ໃນປາສາດວິດເທີເຟລ ຂອງຕະກຸນຕາກ ຊຶ່ງໂຊຟີ ຜູ້ຮັບບົດຊານ ຊາສະຕາກ ເປັນທາຍາດຄົນສຳຄັນຂອງຕະກຸນ ຫຼື ບໍ່, ຊຶ່ງກ່ອນໜ້ານີ້ທັງສອງບໍ່ຄ່ອຍອອກສື່ ແລະເກັບເລື່ອງການຖືພາຂອງໂຊຟີເປັນເລື່ອງສ່ວນຕົວໃນອະນາຄົດຄາດວ່າທັງສອງໜ້າຈະເປີດເຜີຍເລື່ອງລາວນີ້ພ້ອມເປີດເຜີຍຄວາມໜ້າຮັກຂອງລູກນ້ອຍໃຫ້ແຟນໆໄດ້ຊົມກັນຢ່າງແນ່ນອນ.

 

-------

ຮຽບຮຽງໂດຍ: ແກ້ວ