ສທຄ ເສີມທັກສະການວິເຄາະການເງິນກ່ອນປ່ອຍສິນເຊື່ອ

  ສະຖາບັນການທະນາຄານ (ສທຄ) ໄດ້ສຳເລັດການຝຶກອົບຮົມໄລຍະສັ້ນໃນຫົວຂໍ້:“ການວິເຄາະລາຍງານດ້ານການເງິນຂອງລູກຄ້າກ່ອນການປ່ອຍສິນເຊື່ອ ຊຶ່ງດຳ ເນີນມາເປັນເວລາ 5 ວັນ ແລະສຳເລັດໃນວັນທີ 31 ກໍລະກົດ 2020 ໂດຍການໃຫ້ກຽດມອບໃບຢັ້ງຢືນຈາກທ່ານ ປອ. ສັນຕິ ພົນເມືອງລາວຫົວໜ້າ ສທຄ ຊຶ່ງມີນັກ ສໍາມະນາກອນມາຈາກທະນາຄານແຫ່ງ ສປປ ລາວ (ທຫລ), ທະນາຄານສົ່ງເສີມກະສິກຳ, ທະນາຄານນະໂຍບາຍ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາ ຄານບີໄອຊີລາວຈຳກັດ, ທະນາຄານໄອຊີບີຊີ, ທະນາຄານລາວ-ຝຣັ່ງ, ບໍລິສັດຫຼັກຊັບລາວ-ຈີນ, ຕະຫຼາດຫຼັກຊັບລາວ ແລະລັດວິສາຫະກິດນໍ້າປະປາລາວ, ລັດວິສາຫະ ກິດໂທລະຄົມລາວ ແລະກອງທຶນສົ່ງເສີມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ(SME)ຂົ້າຮ່ວມ.

 ການຝຶກອົບຮົມໃນຄັ້ງນີ້ກໍ່ເພື່ອກໍ່ສ້າງບຸກຄະລາກອນຂະແໜງການທະນາຄານ, ຂະແໜງການເງິນໃຫ້ມີຄວາມຮູ້ ແລະເຂົ້າໃຈກ່ຽວກັບການວິເຄາະລາຍງານທາງການເງິນຂອງລູກຄ້າກ່ອນປ່ອຍສິນເຊື່ອຢູ່ໃນລາວ ແລະທັງເສີມສ້າງທັກສະການວິເຄາະລາຍງານການເງິນແບບມືອາຊີບເຮັດໃຫ້ນັກສຳມະນາກອນສາມາດນຳໄປຈັດຕັ້ງປະຕິ ບັດເຂົ້າໃນວຽກງານຕົວຈິງໄດ້ຢ່າງມີປະສິດທິຜົນສູງສຸດ ແລະການຝຶກອົບຮົມໄດ້ລົງເລິກບົດບາດ ແລະຄວາມສຳຄັນຂອງເອກະສານລາຍງານ ການເງິນທີ່ມີຜົນຕໍ່ຖານະການເງິນຂອງກິດຈະການ, ຜົນປະໂຫຍດຂອງເອກະສານລາຍງານການເງິນຕໍ່ກັບຜູ້ຊົມໃຊ້, ການເຊື່ອມໂຍງຂອງເອກະສານລາຍງານການເງິນທີ່ມີຜົນຕໍ່ກັບການຕັດສິນໃຈ ແລະຍຸດທະສາດຂອງການບໍລິຫານກິດຈະການ, ຄວາມເຂົ້າໃຈກ່ຽວກັບຄວາມສ່ຽງທີ່ເຊື່ອງຊ້ອນໃນເອກະສານລາຍງານການເງິນ, ຄວາມເຂົ້າໃຈໜ້າທີ່ທີ່ສຳຄັນຂອງແຕ່ລະເອກະສານລາຍງານການເງິນ (ໃບສະຫຼຸບຊັບສົມບັດ, ໃບລາຍງານທາງການເງິນ, ກະແສເງິນສົດ).

  ພ້ອມນີ້, ຍັງໄດ້ຮຽນຮູ້ຫຼັກການ ແລະເຄື່ອງມືວິເຄາະລາຍງານທາງດ້ານການເງິນ, ອັດຕາສ່ວນໃຊ້ໃນເບິ່ງຄວາມສາມາດ, ການວິເຄາະທຸລະກິດເພື່ອການລົງທຶນທີ່ວັດ ແທກຈາກກະແສເງິນສົດ, ອັດຕາສ່ວນໃຊ້ໃນເບິ່ງຄວາມສາມາດໃນສ້າງກໍາໄລຂັ້ນຕົ້ນ, ການນຳໃຊ້ແບບຈໍາລອງ Credit scoring Model ເຂົ້າໃນການວິເຄາະທຸລະ ກິດຂອງລູກຄ້າກ່ອນປ່ອຍສິນເຊື່ອ, ການນໍາໃຊ້ຫຼັກການວິເຄາະລາຍງານທາງການເງິນເຂົ້າໃນການລົງທຶນໃນຮຸ້ນ ແລະບົດຮຽນອື່ນໆທີ່ຕິດພັນກັບຫົວຂໍ້ດັ່ງກ່າວຊຶ່ງພາຍ ຫຼັງສຳເລັດຫຼັກສູດນີ້ນັກສຳມະນາກອນຈະມີຄວາມສາມາດເຂົ້າໃຈກ່ຽວກັບພາບລວມການວິເຄາະລາຍງານການເງິນເຊັ່ນ: ຄວາມໝາຍ, ຈຸດພິເສດ, ບົດບາດ, ໜ້າທີ່ຂອງການວິເຄາະລາຍງານການເງິນໃນຂົງເຂດວິສາຫະກິດທັງພາກລັດ ແລະ ເອກະຊົນ, ສາມາດນຳເອົາບັນດາຫຼັກການ, ວິທີການຍຸດທະສາດກ່ຽວກັບການວິເຄາະການເຄື່ອນໄຫວຂອງເງິນທຶນໝູນວຽນ, ວິເຄາະອັດຕາສ່ວນທາງການເງິນທີ່ສຳຄັນ ແລະວິເຄາະອັດຕາຜົນຕອບແທນຂອງເງິນລົງທຶນເຂົ້າໃນການພິຈາລະນາກ່ອນປ່ອຍສິນເຊື່ອສາມາດນຳເອົາບົດຮຽນຈາກການລົງມືປະຕິບັດຕົວຈິງໄປນຳໃຊ້ເຂົ້າໃນວຽກງານວິເຄາະສິນເຊື່ອ.

  ທ່ານຫົວໜ້າ ສທຄ ເນັ້ນວ່າ: ການຝຶກອົບຮົມໃນຄັ້ງນີ້ເປັນການສ້າງຂະບວນການໃນການຮຽນຮູ້ ແລະເພື່ອເປັນການສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ (ທຫລ) ແລະທ່ານຫົວໜ້າ ສທຄ ຍັງຢືນຢັນວ່າ: ໃນຍຸກໂລກາວິວັດເຮັດໃຫ້ສະພາບແວດລ້ອມທັງພາຍໃນ ແລະພາຍນອກມີການຫັນປ່ຽນຢູ່ຕະຫຼອດເວລາຊຶ່ງຜົນກະທົບຕໍ່ການດຳເນີນທຸລະກິດຂອງທະນາຄານທີ່ມີຄວາມສະຫຼັບຊັບຊ້ອນຍິ່ງຂຶ້ນ, ພ້ອມດຽວກັນນັ້ນການວິເຄາະລາຍງານການເງິນກໍ່ໄດ້ເຂົ້າມາມີບົດບາດສຳຄັນຕົ້ນຕໍຕໍ່ຂະແໜງການເງິນຊຶ່ງສະແດງອອກໃນການດຳເນີນທຸລະກິດໃນປະຈຸບັນມີການແຂ່ງຂັນກັນຢ່າງແຂງແຮງ,ດັ່ງນັ້ນໂຄງການຝຶກອົບຮົມດັ່ງກ່າວເປັນສ່ວນປະກອບເພື່ອຮັບປະກັນຍຸດທະສາດການຫັນເປັນທັນສະໄໝຂອງ ທຫລ ແລະແຜນຍຸດທະສາດການຫັນເປັນ ສທຄ ໃຫ້ກາຍເປັນສູນແຫ່ງຄວາມເປັນເລີດທາງດ້ານການທະນາຄານໃນອະນາຄົດ.

_____________

ຂ່າວ: ຣັດສະໝີ ດວງສັດຈະ   

ຮູບພາບໜັງສືພິມເສດຖະກິດ-ສັງຄົມ