ສະຫະພັນມວຍລາວປະຊຸມຄົບຄະນະ

  ເມື່ອບໍ່ດົນມານີ້ຫ້ອງການ ສະຫະພັນມວຍແຫ່ງຊາດລາວ (ຂ້າງສະໜາມກີລາເຕະບານເຈົ້າອານຸວົງ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ມີກອງປະ ຊຸມຄົບຄະນະບໍລິຫານງານສະຫະພັນມວຍແຫ່ງຊາດລາວ  ເພື່ອຜ່ານກົດລະບຽບ ແລະ ກະຕິກາການແຂ່ງ ຂັນຂອງສະຫະພັນ ແລະ ຜ່ານຂໍ້ຕົກ ລົງວ່າດ້ວຍການແຕ່ງຕັ້ງຄະນະສະ ເພາະກິດລົງຕິດຕາມ, ກວດກາບັນ ດາສະໂມສອນ  ແລະສະຖານທີ່ຝຶກ ສອນມວຍໃນຂອບເຂດທົ່ວປະເທດ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ສາຍສະໝອນ ໄຊຍະ ສອນ ປະທານສະຫະພັນມວຍແຫ່ງ ຊາດລາວ ແລະປະທານສະຫະພັນ ມວຍໂລກທັງເປັນຄະນະກຳມະການຂອງຄະນະກຳມະການໂອ ແລມປິກແຫ່ງຊາດລາວ, ມີບັນດາຮອງປະທານສະຫະພັນມວຍແຫ່ງ ຊາດລາວ, ຄະນະຮັບຜິດຊອບວຽກ ບໍລິຫານ, ວິຊາການ ແລະວຽກງານຕ່າງໆຕະຫຼອດຮອດຄູຝຶກເຂົ້າຮ່ວມ.

  ໂອກາດນີ້, ທ່ານ ສາຍສະໝອນໄຊຍະສອນ ກ່າວວ່າ: ກອງປະຊຸມ ໃນຄັ້ງນີ້ກໍ່ເພື່ອຢາກຈະໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງແຜນການປັບປຸງບັນດາໜ້າວຽກກຽມການເຄື່ອນໄຫວຈັດຕັ້ງປະຕິບັດແຜນຍຸດທະ ສາດຂອງສະຫະພັນມວຍແຫ່ງ ຊາດລາວ ໃນປີ 2019 ໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນສາມາດ ສົ່ງເສີມການພັດທະນາວົງການມວຍລາວ ກ້າວສູ່ລະດັບສັງວຽນ ອາຊີບ ຫຼື ລະດັບໂລກໃນຕໍ່ໜ້າທັງ ນີ້,  ກໍ່ເພື່ອໃຫ້ສອດຄ່ອງກັບແຜນວິ ໄສທັດແຕ່ນີ້ຮອດປີ 2030, ແຜນ ຍຸດທະສາດ ຮອດປີ 2025 ແລະ ແຜນພັດທະນາຂະແໜງການສຶກສາ ແລະກີລາ 5 ປີ ຄັ້ງທີ Vlll  (2016-2025)  ຂອງກະຊວງສຶກ ສາທິການ ແລະກີລາ (ສສກ) ວາງອອກໃຫ້ປາກົດຜົນເປັນຈິງ ພ້ອມທັງໄດ້ຮັບຟັງການຜ່ານກົດ ລະບຽບ ແລະ ກະຕິກາການແຂ່ງຂັນ ຂອງສະຫະພັນ  ແລະຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະສະ ເພາະກິດລົງຕິດຕາມ,  ກວດກາບັນ ດາສະໂມສອນ ແລະ ສະຖານທີ່ຝຶກ ສອນມວຍໃນຂອບເຂດທົ່ວປະເທດ ພິເສດໃນປີນີ້ສະຫະພັນຂອງພວກ ເຮົາກໍ່ຍັງໄດ້ຫ້າງຫາກະກຽມສະ ເຫຼີມສະຫຼອງມວຍລາວ ທີ່ຈະຖືກ ບັນຈຸເຂົ້າຫໍມູນເຊື້ອມໍລະດົກໂລກ ໂດຍຜ່ານອົງການຢູເນສໂກປະຈຸ ບັນຍັງລໍຖ້າຜົນການປະກາດຄາດວ່າໃນມໍ່ໆນີ້ຈະຮູ້ຜົນຢ່າງແນ່ນອນ.

  ສຳລັບຂໍ້ຕົກລົງການແຕ່ງຕັ້ງ ຄະນະສະເພາະກິດເພື່ອຕິດຕາມ ແລະ ກວດກາສະຖານທີ່ຝຶກສອນ ມວຍລາວ ປະກອບມີທັງໝົດ 9 ທ່ານ, ໃນນັ້ນທ່ານ ມໍລະກົດ ສຸວັນນະສັງໂສ  ເລຂາທິການສະຫະພັນ ມວຍແຫ່ງຊາດລາວ ເປັນຫົວໜ້າ                                                                           ຄະນະ, ທ່ານ ກອງແກ້ວ ແຫ່ງດາ ວົງໄຊ ເປັນຮອງຫົວໜ້າຄະນະ, ທ່ານ ພັນຕີ ປາດຖະໜາ ຟອງສະ ມຸດ ເປັນຮອງຫົວໜ້າຄະນະ,  ທ່ານ ໄພວອນ ຜາບຸນມີ ຮອງຫົວໜ້າພະແນກສຶກສາທິການ ແລະກີລາ ແຂວງຈຳປາສັກ  ເປັນຮອງຫົວໜ້າ ຄະນະ  ສ່ວນອີກ  4  ທ່ານ  ແມ່ນເປັນຄະນະກຳມະການ.