ຜົນກອງປະຊຸມຮ່ວມທ່ານນາຍົກ ແລະຄະນະສະເພາະກິດ

  ໃນຕອນເຊົ້າຂອງວັນທີ 5 ສິງຫາ 2020 ທີ່ສຳນັກງານນາຍົກລັດຖະມົນຕີໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບວຽກງານປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະ ບາດຂອງພະຍາດໂຄວິດ-19 ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີບັນດາທ່ານໃນຄະນະສະເພາະກິດ ແລະ ພະນັກງານທີ່ກ່ຽວ ຂ້ອງເຂົ້າຮ່ວມ.
  ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນເດືອນໄລຍະເດືອນກໍລະກົດ ແລະຕົ້ນເດືອນສິງຫາ, ຈາກທ່ານ ຮສ.ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະ ເພາະກິດ; ຫຼັງຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດເຫັນຕໍ່ວຽກງານທີ່ຕິດພັນກັບຂະແໜງການຂອງຕົນ, ພ້ອມທັງຕີລາຄາປະເມີນຄືນການຈັດຕັ້ງປະຕິ ບັດວຽກງານ ແລະສະເໜີປັບປຸງບາງວຽກງານທີ່ເຫັນວ່າບໍ່ທັນຈະແຈ້ງ, ການຈັດຕັ້ງປະຕິບັດບໍ່ທັນໄດ້ດີເທົ່າທີ່ຄວນ ແລະຍັງມີຊ່ອງຫວ່າງທີ່ອາດເຮັດໃຫ້ເກີດຄວາມສ່ຽງ ຕໍ່ວຽກງານປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາ.
  ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີໄດ້ມີຄຳເຫັນສະຫຼຸບສັງລວມຜົນການປຶກສາຫາລືໃນກອງປະຊຸມຄັ້ງນີ້ ແລະ ມີທິດຊີ້ນຳໃຫ້ພາກສ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງເອົາໃຈໃສ່ຕໍ່ບາງວຽກງານຕື່ມເປັນຕົ້ນສືບຕໍ່ເຂັ້ມງວດຕໍ່ການຈັດຕັ້ງປະຕິບັດບັນດາມາດຕະການທີ່ລັດຖະບານ ແລະ ຄະນະສະເພາະກິດວາງອອກ; ເພີ່ມທະວີຄວາມເຂັ້ມງວດໃນ ການຄຸ້ມຄອງການເຂົ້າ-ອອກເມືອງໃຫ້ ຖືກຕ້ອງ ຕາມກົດໝາຍ ແລະລະບຽບ ການ, ກໍລະນີພົບເຫັນຜູ້ລັກລອບເຂົ້າ ເມືອງແບບບໍ່ຖືກຕ້ອງແມ່ນໃຫ້ນຳໂຕໄປກວດຫາເຊື້ອແລ້ວກັກບໍລິເວນຢູ່ໂຮງແຮມຫຼືສູນທີ່ລັດຈັດສັນໄວ້, ທັງໃຫ້ດໍາເນີນມາດຕະການຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກຳນົດ; ປັບປຸງເງື່ອນໄຂ, ມາດຕະການ, ກົນໄກການປະສານງານການເຂົ້າມາ ສປປ ລາວ ໃຫ້ມີຄວາມຮັດກຸມ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດໂດຍສະເພາະການສະໜອງຂໍ້ມູນຜູ້ໂດຍສານກ່ອນການເດີນທາງເຂົ້າມາ, ການເກັບຕົວຢ່າງກວດຫາເຊື້ອພະຍາດຢູ່ສະໜາມບິນ, ການຈັດສົ່ງໄປຈຳກັດບໍລິເວນຢູ່ໂຮງແຮມ, ພ້ອມທັງມີການຕິດຕາມກວດກາຢ່າງເປັນປົກກະຕິ ແລະມີປະສິດທິຜົນ; ເຂັ້ມງວດໃນການຕິດຕາມກວດກາ ແລະຄຸ້ມຄອງຮ້ານບັນເທິງ, ຮ້ານຄາລະໂອເກະ, ຮ້ານເຫຼົ້າ-ເບຍທີ່ລັດຖະບານໄດ້ສັ່ງໃຫ້ປິດຊົ່ວຄາວແລ້ວນັ້ນ,ຖ້າກວດພົບເຫັນຮ້ານໃດຍັງລະເມີດ ແລະບໍ່ປະຕິບັດຕາມຄຳສັ່ງຂອງລັດຖະບານແມ່ນໃຫ້ດຳເນີນການຕັກເຕືອນ, ປັບໄໝ, ຫາກຍັງຝ່າຝືນຢູ່ແມ່ນໃຫ້ດຳເນີນມາດຕະການລົບລ້າງໃບອະນຸຍາດການດຳ ເນີນທຸລະກິດ ແລະລົບລ້າງໃບທະບຽນວິສາຫະກິດຕາມຂັ້ນຕອນ; ເອົາໃຈໃສ່ຄຸ້ມຄອງນັກສຶກສາລາວຢູ່ຕ່າງປະເທດໃຫ້ດີ, ຫາກມີຈຸດປະສົງຈະກັບເຂົ້າມາ ສປປ ລາວ ກໍ່ຕ້ອງປະຕິບັດຕາມລະບຽບການຢ່າງເຂັ້ມງວດ, ກໍລະນີມີການລະເມີດກໍ່ຕ້ອງໄດ້ປະຕິບັດມາດຕະການທີ່ເໝາະສົມ; ໃຫ້ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່, ປະຊາສຳພັນ ແລະ ເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ເຖິງຄວາມອັນຕະລາຍ ແລະ ຄວາມສ່ຽງທີ່ຈະເກີດມີການລະບາດຂອງພະ ຍາດ COVID-19 ອີກຮອບໃໝ່, ພ້ອມທັງເປັນເຈົ້າການ ແລະມີສະຕິໃນການປະຕິບັດມາດຕະການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດດັ່ງກ່າວຕາມຄຳແນະນໍາຂອງຄະນະສະເພາະກິດວາງອອກໃນແຕ່ລະໄລຍະເພື່ອປ້ອງກັນຕົນເອງ,ຄອບຄົວ,ສັງຄົມ ແລະປະເທດຊາດໃຫ້ປອດຈາກການຕິດເຊື້ອຂອງພະຍາດ COVID-19, ພ້ອມກັນນັ້ນກໍໃຫ້ໂຄສະນາ ແລະເຜີຍແຜ່ການປະຕິບັດໜ້າທີ່ຂອງຄະນະສະເພາະກິດເພື່ອໃຫ້ສັງຄົມຮັບຮູ້ ແລະເຂົ້າໃຈຢ່າງທົ່ວເຖິງ.

____________

ໜັງສືພິມເສດຖະກິດ-ສັງຄົມ