ຫຼວງພະບາງ ເສຍຫາຍຈາກໄພພິບັດ 78 ຕື້ກວ່າກີບ

  ຫຼວງພະບາງ ເປັນແຂວງໜຶ່ງທີໄດ້ຮັບຜົນກະທົບໜັກຈາກໄພພິບັດທາງທຳມະຊາດໃນປີ 2019 ຜ່ານມານີ້ເປັນຕົ້ນແມ່ນໄພແຫ້ງແລ້ງ, ນໍ້າຖ້ວມ-ນໍ້າຊຸ,ດິນຖະລົ່ມ, ພາຍຸເຂົ້າ, ຟ້າຜ່າ ແລະໄພໄໝ້ທົ່ວແຂວງມີຈຳນວນບ້ານທີ່ໄດ້ຮັບຜົນກະທົບທັງໝົດ 229 ບ້ານ, ມີ 8.606 ຄອບຄົວ,ມີເນື້ອທີ່ໄຮ່ເສຍຫາຍ 351 ເຮັກຕາກວ່າ, ເນື້ອທີ່ນາ 168 ເຮັກຕາກວ່າ, ສວນ 260 ເຮັກຕາກວ່າ, ມີຄົນເສຍຊີວິດ 9 ຄົນ ແລະສັດລ້ຽງຈຳນວນໜຶ່ງລວມມູນຄ່າເສຍຫາຍທັງໝົດປະມານ 78 ຕື້ກວ່າກີບ.


 ທ່ານ ສຸລິສັກ ພົມມາລີ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມເປີດເຜີຍຕໍ່ນັກຂ່າວເສດຖະກິດ-ສັງຄົມປະຈຳຢູ່ແຂວງຫຼວງພະບາງຮູ້ວ່າ: ໃນປີ 2019 ຖືວ່າແຂວງຫຼວງພະບາງຜ່ານມາຖືກຜົນກະທົບຈາກໄພທໍາມະຊາດຢ່າງໜັກໜ່ວງພໍສົມຄວນສິ່ງທີ່ຮ້າຍແຮງໄປກວ່ານັ້ນກໍແມ່ນມີຜູ້ເສຍຊີວິດ 9 ຄົນ, ທົ່ວແຂວງມີຄອບຄົວທີ່ຖືກຜົນກະທົບ 229 ບ້ານ, ມີ 8.606 ຄອບຄົວ, ມີເນື້ອທີ່ໄຮ່ເສຍຫາຍ 351 ເຮັກຕາກວ່າ,ເນື້ອທີ່ນາ 168 ເຮັກຕາກວ່າ,ສວນ 260 ເຮັກຕາກວ່າ ແລະ ສັດລ້ຽງອີກຈຳນວນໜຶ່ງໄດ້ສ້າງຄວາມເສຍຫາຍທັງໝົດປະມານ 78 ຕື້ກວ່າກີບ ແຕ່ເຖິງຢ່າງໃດກໍ່ຕາມອົງການປົກຄອງແຂວງ ແລະ ອົງການປົກ ຄອງແຕ່ລະຂັ້ນກໍ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຂົນຂາວຍຊອກຫາແຫຼ່ງທຶນ ແລະ ອຸປະກອນສິ່ງຈໍາເປັນຮັບໃຊ້ດ້ານຕ່າງໆນໍາໄປໃຫ້ການຊ່ວຍເຫຼືອສຸກເສີນເບື້ອງຕົ້ນເພື່ອໃຫ້ກໍາລັງໃຈ,ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃນນັ້ນແມ່ນໄດ້ມອບສັງກະສີ 5 ພັນກວ່າແຜ່ນ,ຕະປູ 605 ກິໂລກຣາມ,ເຂົ້າສານໜຽວ 112 ໂຕນ, ເຄື່ອງນຸ່ງຫົ່ມ, ອຸປະກອນໃຊ້ຄົວເຮືອນ, ເຄື່ອງອຸປະໂພກ ແລະບໍລິໂພກຈຳນວນໜຶ່ງໃຫ້ແກ່ຄອບຄົວທີ່ຖືກຜົນກະທົບ.


 ທ່ານກ່າວຕື່ມວ່າ: ເພື່ອຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນປີ 2020 ນີ້ ໂດຍສະເພາະແມ່ນ 6 ເດືອນທ້າຍປີນີ້, ແຂວງຫຼວງພະບາງ ກໍ່ໄດ້ມີມາດຕະການ ແລະກະ ກຽມຄວາມພ້ອມເພື່ອຮັບມືກັບໄພພິບັດທາງທຳມະຊາດໂດຍທາງແຂວງໄດ້ອອກແຈ້ງການໃຫ້ອົງການປົກຄອງແຕ່ລະຂັ້ນໃນຂອບເຂດທົ່ວແຂວງໃນການກະກຽມຄວາມພ້ອມດ້ານຕ່າງໆເປັນຕົ້ນແມ່ນດ້ານງົບປະມານ, ເຄື່ອງອຸປະໂພກ-ບໍລິໂພກ, ແນວພັນພືດ, ແນວພັນເຂົ້າລວມທັງເຂົ້າສານໜຽວ, ອາຫານແຫ້ງແຮໄວ້ສຸກເສີນ, ພ້ອມຮຽກຮ້ອງໃຫ້ທຸກພາກສ່ວນໃນທົ່ວແຂວງຈົ່ງພ້ອມກັນເວົ້າລະວັງໂດຍສະເພາະແມ່ນປະຊາຊົນບັນດາເຜົ່າທີ່ອາໄສຢູ່ໃກ້ແມ່ນໍ້າ ແລະ ເຂດທີ່ມີຄວາມສ່ຽງເພື່ອຮັບມືໄດ້ຢ່າງທັນການ.

_____________

ຂ່າວ: ສີສຸວັນ  

ຮູບພາບໜັງສືພິມເສດຖະກິດ-ສັງຄົມ