ເຫຼົ້ານາຊູ ຮັບກາໝາຍເປັນສິນຄ້າໂອດັອບ

  ວັນທີ 5 ສິງຫາ 2020 ທີ່ເມືອງໂພນໂຮງ ແຂວງວຽງຈັນ ໄດ້ມີພີທີມອບກາໝາຍສິນຄ້າໜຶ່ງເມືອງ-ໜຶ່ງຜະລິດຕະພັນແຫ່ງຊາດໃຫ້ແກ່ຜະລິດຕະພັນເຫຼົ້ານາຊູ ໂຮງຕົ້ມເຫຼົ້າເລກ 1 ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມປະສົງ ສຸວົງຄຳຈັນ ກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງໆໂພນໂຮງ,ທ່ານ ໄພວັນ ປະຖໍ່າມະວົງ ຫົວ ໜ້າພະແນກອຸດສາຫະກຳ-ການຄ້າແຂວງວຽງຈັນ, ມີບັນດາຄະນະຮັບຜິດຊອບກ່ຽວຂ້ອງຂັ້ນແຂວງ, ເມືອງ, ກຸ່ມບ້ານ, ນາຍບ້ານນາຊູ ແລະເຈົ້າຂອງ ຜະລິດຕະພັນໂອດອບເຂົ້າຮ່ວມ.
  ທ່ານ ນາງ ດອກຄູນ ພັນນະວົງ ເຈົ້າຂອງໂຮງຕົ້ມເຫຼົ້າເລກ 1 ຜະລິດຕະພັນເຫຼົ້ານາຊູໃຫ້ຮູ້ວ່າ: ຄຳວ່ານາຊູ ເປັນຊື່ ຂອງບ້ານນາຊູ ເມືອງໂພນໂຮງ ໃນເມືອກ່ອນປະ ຊາຊົນຊາວບ້ານາຊູແມ່ນຮູ້ຈັກວິຕົ້ມເຫຼົ້າກິນເອງ ແລະຕົ້ມຂາຍໃຊ້ຮູບການຕົ້ມເຫຼົ້າແບບໝໍ້ນ້ອຍ ແລະໃຊ້ເຂົ້າໜຽວປະສົມກັບແປງເຫຼົ້າທີ່ມີສ່ວນປະກອບຂອງສະໝຸນໄພທຳມະຊາດບວກກັບພື້ນຖານຄອບຄົວຂອງພໍ່ແມ່ທີ່ໄດ້ຜະລິດເຫຼົ້າມາກ່ອນແຕ່ມີລັກສະນະປະຖົມມະຖານ. ສະນັ້ນ,ເພື່ອເປັນການຕອບໜອງຄວາມຕ້ອງການຂອງສັງຄົມຜະລິດຕະພັນເຫຼົ້ານາຊູໄດ້ປັບປຸງພັດທະນາສິນຄ້າຕົນເອງໃຫ້ເປັນທີ່ຍອມຮັບຂອງສັງຄົມຊຶ່ງໄດ້ປັງປຸງຫຼາຍດ້ານເປັນຕົ້ນຂັ້ນຕອນວິທີການຜະລິດ, ຮູບແບບຫຸ້ມຫໍ່ຜະລິດ ຕະພັນ, ລົດຊາດຂອງເຫຼົ້າອັນໄດ້ເຮັດໃຫ້ຜະລິດຕະພັນເຫຼົ້ານາຊູເປັນທີ່ຍອມຮັບຂອງສັງຄົມ.
   ທ່ານ ນາງ ສົມສະໜິດ ລາດສະວົງ ຮອງຫົວໜ້າຫ້ອງອຸດສາຫະກຳ-ການຄ້າເມືອງກ່າວວ່າ: ການຊຸກຍູ້ເພື່ອສ້າງເປັນຜະລິດຕະພັນໂອດອບຜ່ານການລົງຕິດຕາມກວດກາເຫັນວ່າຜູ້ປະກອບການໄດ້ເອົາໃຈໃສ່ປະຕິບັດຕາມຂັ້ນຕອນທີ່ຄະນະຮັບຜິດຊອບໂດຍສະເພາະປະຕິບັດຕາມລະບຽບການຂອງກົມສົ່ງເສີມວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ແລະການຄ້າກະຊວງອຸດສາຫະກຳ-ການຄ້າວາງອອກໄດ້ດີ.